ພິທີອັດງານພົບປະແລກປ່ຽນວັດທະນະທຳ ກິລາ, ທ່ອງທ່ຽວ ເຂດຊາຍແດນ ຫວຽດນາມ ແລະລາວ ໄດ້ດຳເນີນໃນຕອນຄ່ຳວັນທີ 7 ກໍລະກົດ ຢູ່ ນະຄອນ ເຊີນລາ ແຂວງ ເຊີນລາ.

ພິທີອັດງານພົບປະແລກປ່ຽນວັດທະນະທຳ ກິລາ, ທ່ອງທ່ຽວເຂດຊາຍແດນ ຫວຽດນາມ-ລາວ
ງານພົບປະແລກປ່ຽນດັ່ງກ່າວ ແມ່ນການເຄື່ອນໄຫວສະເຫລີມສະຫລອງ 55 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ ແລະລາວ. ທ່ານ ຟ້າມວັນຖູຍ, ຮອງຫົວຫນ້າຄະນະຈັດຕັ້ງງານພົບປະ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເຊີນລາ ຕີລາຄາວ່າ:
“ງານພົບປະແລກປ່ຽນວັດທະນະທຳກິລາ ແລະ ທ່ອງທ່ຽວເຂດຊາຍແດນ ຫວຽດນາມ ແລະລາວ ປະສົບຜົນສຳເລັດ ໄດ້ປະກອບສ່ວນເຊີດຊູສີສັນວັດທະນະທຳບັນດາເຜົ່າ. ພິເສດ ຊີວິດດ້ານຈິດໃຈຂອງປະຊາຊົນສອງປະເທດ ຈະນັບມື້ນັບພັດທະນາ. ນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ລະຫວ່າງສອງຊາດ ຫວຽດນາມ ແລະລາວ ຈະນັບມື້ນັບໄດ້ຮັບການປັບປຸງ.”
ໂດຍໄດ້ດຳເນີນໄປແຕ່ວັນທີ 5-7 ກໍລະກົດ, ງານພົບປະແລກປ່ຽນວັດທະນະທຳ ກິລາ ແລະ ທ່ອງທ່ຽວເຂດຊາຍແດນ ຫວຽດນາມ ແລະລາວ ປີ 2017 ລວມມີ ການເຄື່ອນໄຫວຫລາຍຢ່າງຄື: ກອງປະຊຸມສຳມະນາສອງ ສະພາແຫ່ງຊາດຫວຽດນາມ ແລະລາວ, ເປີດສະຫລອງເຂດປູຊະນີຍະສະຖານປະຕິວັດ ຫວຽດນາມ ແລະລາວ ຢູ່ ເມືອງອຽນເຈົາ ແຂວງ ເຊີນລາ, ງານສະແດງສິລະປະມະຫາຊົນ, ສະແດງຊຸດອາພອນປະຈຳເຜົ່າ, ການແຂ່ງຂັນກິລາ, ແນະນຳອາຫານການກິນຂອງສອງປະເທດ.

(ແຫຼ່ງຄັດຈາກ VOV)