• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດງານພົບປະມິດຕະພາບຊາວໜຸ່ມຫວຽດນາມ-ລາວປີ2016

ອັດງານພົບປະມິດຕະພາບຊາວໜຸ່ມຫວຽດນາມ-ລາວປີ2016
(ພາບ​ປະ​ກອບ)
      ພາຍ​ຫຼັງ​ເຄື່ອນ​ໄຫວ​​ຢ່າງ​ຟົດ​ຟຶ້ນ​​ມາເປັນ​ເວ​ລາ 6 ວັນ ດ້ວຍ​ບັນ​ດາ​ເນື້ອ​ໃນ​ທີ່​ມີ​ຄວາມ​ໝາຍ, ແທດ​ຈິງ​, ຕອນ​ຄ່ຳ​ວັນ​ທີ 10/07, ຢູ່​ແຂວງ ສາ​ລ​າ​ວັນ ຂອງ​ລາວ, ໄດ້​ດຳ​ເນີນ​ພິ​ທີ​ອັດງານ​ພົບ​ປະ​ມິດ​ຕະ​ພາບ​ຊາວ​ໜຸ່ມ​ຫວຽດ​ນາມ - ລາວ​ ປີ 2016. ງານ​ພົບ​ປະ​ໄດ້​ມີ​ການ​ເຄື່ອນ​ໄຫວ​ຕ່າງ​ໆ​ຢູ່ 3 ແຂວງ​ຄື: ສະ​ຫວັນ​ນະ​ເຂດ, ຈຳ​ປາ​ສັກ ແລະ ສາ​ລາ​ວັນ. ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​​ລາຍ​ການ​ພົບ​ປະ ໄດ້​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ, ປັບ​ປຸງ​ນ້ຳ​ໃຈ​​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ. ພ້ອມ​ກັນ​ນັ້ນ, ງານ​ພົບ​ປະ​ມິດ​ຕະ​ພາບ​ຊາວ​ໜຸ່ມ​ຫວຽດ​ນາມ - ລາວ ຄັ້ງ​ນີ້ ຍັງ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂ​ົ້​າ​ໃນ​ການ​ຂົນ​ຂວາຍ​​ນ້ຳ​ໃຈ​ປະ​ຕິ​ວັດ​ຢ່າງ​ຟົດ​ຟ​ື້ນ​ຂອງ​ຖັນ​ແຖວ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ຂອງ 2 ປະ​ເທດ; ແມ່ນ​ການຢັ້ງ​ຢືນ​ຄາດ​ໝາຍ​ຂອງ​ຄະ​ນະ​ຊາວ​ໜຸ່ມ 2 ປະ​ເທດ​ໃນ​ການ​ປົກ​ປັກ​ຮັກ​ສາ, ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​​ໃຫ້ນັບ​ມື້​ນັບ​ໄ​ດ້​ຮັບ​ການ​ເປີດກວ້າງ ແລະ ເຂົ້​າ​ສູ່​ລວງ​ເລິກ.
 (​ແຫຼ່ງຄັດ​ຈາກ VOV)

ແຂກສາກົນມາ ຫວຽດນາມ ໃນ 4 ເດືອນຜ່ານມາບັນລຸລະດັບກ່ວາ 6 ລ້ານເທື່ອຄົນ

ແຂກສາກົນມາ ຫວຽດນາມ ໃນ 4 ເດືອນຜ່ານມາບັນລຸລະດັບກ່ວາ 6 ລ້ານເທື່ອຄົນ

ບັນລຸໝາກຜົນນີ້ແມ່ນຍ້ອນນະໂຍບາຍອອກວີຊາອຳນວຍຄວາມສະດວກ, ບັນດາລາຍການສົ່ງເສີມການທ່ອງທ່ຽວທີ່ດູດດື່ມພວມສືບຕໍ່ເສີມຂະຫຍາຍປະສິດທິຜົນ.

Top