• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດການແຂ່ງຂັນຖີບລົດສາກົນ “ເສັ້ນທາງແຂ່ງຂັນດຽວ - ສອງປະເທດ ຫວຽດນາມ - ຈີນ ປີ 2017”

      ພາຍຫຼັງ 2 ວັນດຳເນີນການແຂ່ງຂັນຢ່າງຟົດຟື້ນ, ວັນທີ 9 ກໍລະກົດ, ຢູ່ນະຄອນ ລາວກາຍ ໄດ້ຈັດຕັ້ງພິທີອັດການແຂ່ງຂັນຖີບລົດສາກົນ “ເສັ້ນທາງແຂ່ງຂັນດຽວ - ສອງປະເທດ ຫວຽດນາມ - ຈີນ ປີ 2017”. 

ພິທິມອບລາງວັນທີ່ການແຂ່ງຂັນ
(ພາບ: ສຳນັກຂ່າວສານ ຫວຽດນາມ)
      ນີ້ແມ່ນການເຄື່ອນໄຫວກິລາເນື່ອງໃນໂອກາດສະເຫຼີມສະຫຼອງ 110 ປີແຫ່ງວັນສ້າງຕັ້ງແຂວງ ລາວກາຍ (12/7/1907 -12/7/2017), ນອນໃນຂອບເຂດປີທ່ອງທ່ຽວ ແຫ່ງຊາດ 2017 - ລາວກາຍ - ໄຕບັກ. ການແຂ່ງຂັນໄດ້ດຶງດູດນັກກິລາປະມານ 500 ຄົນທີ່ມາຈາກ 14 ເຂດທ້ອງຖິ່ນ ຂອງຈີນ ແລະ 16 ແຂວງ, ນະຄອນຂອງ ຫວຽດນາມ ເຂົ້າຮ່ວມ. ຄະນະຈັດຕັ້ງໄດ້ມອບລາງວັນທີໜຶ່ງ 8 ລາງວັນ, ລາງວັນທີສອງ 8 ລາງວັນ, ລາງວັນທີສາມ 8 ລາງວັນ ໃຫ້ບັນດານັກກິລາແຂ່ງຂັນໃນຫຼາຍເນື້ອໃນ ຍິງ ແລະ ຊາຍ.
        ການແຂ່ງຂັນຖີບລົດສາກົນ “ເສັ້ນທາງແຂ່ງຂັນດຽວ - ສອງປະເທດ ຫວຽດນາມ - ຈີນ ປີ 2017” ແມ່ນເຫດການກິລາໃຫຍ່ ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງປະຊາຊົນບັນດາເຜົ່າຂອງ ຫວຽດນາມ ແລະ ຈີນ. ພິເສດ, ເຫດການດັ່ງກ່າວຍັງແມ່ນໂອກາດເພື່ອໃຫ້ແຂວງ ລາວກາຍ ໂຄສະນາພາບພົດທຳມະຊາດ, ປະຊາຊົນ, ການທ່ອງທ່ຽວຂອງທ້ອງຖິ່ນກັບທຸກໆປະເທດ ກໍ່ຄືເພື່ອນມິດສາກົນ.
 (ແຫຼ່ງຄັດຈາກ VOV)
 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top