• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງປະຊຸມສຸດຍອດ ນາໂຕ

ບັນດາການນຳ ນາໂຕ ໄດ້ພົບປະກັບການນຳທີ່ມາຈາກບັນດາປະເທດ: ອົດສະຕາລີ, ຍີ່ປຸ່ນ, ນິວຊີແລນ, ສ.ເກົາຫຼີ ແລະ ສະຫະພາບເອີລົບ (ອີຢູ), ປຶກສາຫາລືກ່ຽວກັບສິ່ງທ້າທາຍດ້ານຄວາມໝັ້ນຄົງລວມ ແລະ ເພີ່ມທະວີການຮ່ວມມື.
ກອງປະຊຸມສຸດຍອດ ນາໂຕ (ພາບ: AA/TTXVN)

ວັນທີ 11 ກໍລະກົດ, ທ່ານເລຂາທິການໃຫຍ່ ນາໂຕ Jens Stoltenberg ໄດ້ຖະແຫຼງສິ້ນສຸດກອງປະຊຸມສຸດຍອດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ ນາໂຕ ທີ່ຈັດຂຶ້ນຢູ່ ວໍຊິງຕັນ (ອາເມລິກາ).

ກ່ອນໜ້ານັ້ນ, ໃນວັນດຽວກັນ, ບັນດາການນຳ ນາໂຕ ໄດ້ພົບປະກັບການນຳທີ່ມາຈາກບັນດາປະເທດ: ອົດສະຕາລີ, ຍີ່ປຸ່ນ, ນິວຊີແລນ, ສ.ເກົາຫຼີ ແລະ ສະຫະພາບເອີລົບ (ອີຢູ), ປຶກສາຫາລືກ່ຽວກັບສິ່ງທ້າທາຍດ້ານຄວາມໝັ້ນຄົງລວມ ແລະ ເພີ່ມທະວີການຮ່ວມມື. ທີ່ການພົບປະລະຫວ່າງ ນາໂຕ ແລະ 4 ຄູ່ຮ່ວມມືມະຫາສະມຸດອິນເດຍ - ປາຊີຟິກ, ບັນດາຝ່າຍໄດ້ເຫັນດີເລີ່ມປະຕິບັດ “ບັນດາໂຄງການສຳຄັນຈຸດສຸມ” ໃນ 4 ຂົງເຂດ, ໃນນັ້ນມີການປ້ອງກັນທາງເຄືອຂ່າຍອິນເຕີເນັດລວມ ແລະ ຕ້ານຂໍ້ມູນທີ່ຜິດພາດ, ເພື່ອເປີດກວ້າງການຮ່ວມມືຕໍ່ໜ້າບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງທີ່ສັບສົນ. 2 ຂໍ້ລິເລີ່ມລວມອື່ນແມ່ນ, ສະໜອງການໜູນຊ່ວຍດ້ານການແພດໃຫ້ແກ່ ຢູແກຼນ ແລະ ການຮ່ວມມືກ່ຽວກັບບັນດາເຕັກໂນໂລຊີທີ່ຫາກໍ່ພົ້ນເດັ່ນຂຶ້ນຄືປັນຍາປະດິດ (AI).

ກອງປະຊຸມສຸດຍອດ ນາໂຕ ປີ 2025 ຈະຖືກຈັດຂຶ້ນຢູ່ ລາໄຮ, ປະເທດ ໂຮນລັງ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ຂະແໜງເຂົ້າສານຂອງ ຫວຽດນາມ ພວມຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງ ແລະ ສິ່ງທ້າທາຍໃໝ່, ຂ້າພະເຈົ້າສະເໜີໃຫ້ນະຄອນ ເກິ່ນເທີ ສືບຕໍ່ສຸມໃສ່ຊີ້ນຳ ແລະ ຍູ້ແຮງການຫັນເປັນສີຂຽວ

Top