• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງປະຊຸມສຳມະນາທິດສະດີຄັ້ງທີ 5 ລະຫວ່າງພັກຄອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດ ລາວ

      ວັນທີ 4 ສິງຫາ, ຢູ່ຟູ໋ກວ໋ກ ( ແຂວງກຽນຢາງ ), ກອງປະຊຸມສຳມະນາທິດສະດີຄັ້ງທີ 5 ລະຫວ່າງພັກຄອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ດ້ວຍຫົວຂໍ້ວ່າ  “ ພັດທະນາໄວ, ຍືນຍົງ ” ໄດ້ອັດລົງ ພາຍຫຼັງດຳເນີນມາເປັນເວລາ 2 ວັນ.

ອັດກອງປະຊຸມສຳມະນາທິດສະດີຄັ້ງທີ 5 ລະຫວ່າງພັກຄອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ
      ທີ່ກອງປະຊຸມສຳມະນາບັນດານັກວິທະຍາສາດ ແລະ ຜູ້ແທນຂອງສອງຝ່າຍ ໄດ້ສຸມໃສ່ປຶກສາຫາລືກ່ຽວກັບ 2 ບົດລາຍງານຂອງຫົວໜ້າຄະນະຜູ້ແທນສອງພັກ ແລະ 10 ຫົວຂໍ້ສະເພາະຂອງບັນດານັກວິທະຍາສາດ ກ່ຽວກັບບັນດາບັນຫາສຳຄັນທີ່ສຸດຂອງການພັດທະນາໄວ, ຍືນຍົງຢູ່ຫວຽດນາມ ແລະ ລາວ. ບັນດາການປະກອບຄຳເຫັນທີ່ກອງປະຊຸມ ກໍ່ໄດ້ເຮັດແຈ້ງບັນດາປັດໃຈຕັດສິນຊີ້ຂາດໃນການພັດທະນາແບບຍືນຍົງຢູ່ແຕ່ລະປະເທດ ແລະ ລົງເລິກໄຈ້ແຍກບັນດາບົດຮຽນ, ພຶດຕິກຳຕົວຈິງຂອງແຕ່ລະປະເທດໃນວິວັດແຫ່ງການພັດທະນາ; ຜ່ານນັ້ນ ເຮັດແຈ້ງບາງບັນຫາທິດສະດີທີ່ຈຳເປັນເຊິ່ງສອງປະເທດມີຄວາມສົນໃຈຕື່ມອີກຄື: ຄວາມໝັ້ນຄົງດ້ານການເມືອງ ແມ່ນປັດໃຈຮັບປະກັນການພັດທະນາແບບຍືນຍົງ; ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃຫ້ແກ່ການພັດທະນາໄວ, ຍືນຍົງ; ຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງ ໃນການເຕີບໂຕເສດຖະກິດ ; ພັດທະນາເສດຖະກິດຕິດພັນກັບການປົກປັກຮັກສາ ແລະ ປັບປຸງສະພາບແວດລ້ອມ; ສ້າງສັງຄົມໃຫ້ມີຄວາມສາມັກຄີກົມກຽວ, ປະຊາທິປະໄຕ, ຍຸດຕິທຳ ແລະ ຮຸ່ງເຮືອງສີວິໄລ; ເພີ່ມທະວີແຫຼ່ງກຳລັງເພື່ອພັດທະນາໄວ, ຍືນຍົງ…ພ້ອມກັນນັ້ນ, ບັນດາບົດປະກອບຄຳເຫັນກໍ່ໄດ້ຊີ້ແຈ້ງ ແລະ ເນັ້ນໜັກເຖິງບົດບາດຫຼັກແຫຼ່ງຂອງພັກໃນການນຳພາປະເທດ, ຍົກໃຫ້ເຫັນລັກສະນະນຳໜ້າຂອງພັກໃນວິວັດແຫ່ງການນຳພາພັດທະນາໄວ ແລະ ຍືນຍົງຢູ່ຫວຽດນາມ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top