• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫ​ວຽດ​ນາມ ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ເພີ່ມ​ທະ​ວີ​ການ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ສຳ​ລັບ​ປະ​ຊາ​ຊົນ​ຢູ່​ເຂດ​ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ

ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ແບ່ງປັນຄວາມວິຕົກກັງວົນຕໍ່ການເພີ່ມທະວີຂອງວິກິດການມະນຸດສະທຳທີ່ເປັນໜ້າທີ່ເຕືອນໄພໃນທົ່ວໂລກ ເຮັດໃຫ້ມີປະຊາຊົນນັບລ້ານຄົນຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ, ໃນຂະນະທີ່ການເຂົ້າເຖິງ ແລະ ການຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳປະສົບກັບຮົ້ວກີດຂວາງຫຼາຍຢ່າງ.
ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ

ນັບແຕ່ວັນທີ 25 – 27 ມິຖຸນາ, ສະພາເສດຖະກິດ - ສັງຄົມ ສປຊ (ECOSOC) ໄດ້ຈັດວາລະປະຊຸມກ່ຽວກັບບັນດາບັນຫາມະນຸດສະທຳ ດ້ວຍຫົວຂໍ້ “ຖືມະນຸດເປັນບຸລິມະສິດສຳຄັນແຖວໜ້າໃນການຮັບມືກັບການປະທະກັນ ແລະ ການປ່ຽນແປງຂອງດິນຟ້າອາກາດ: ເພີ່ມທະວີການຊ່ວຍເຫຼືອມະນຸດສະທຳ ແລະ ເຄົາລົບກົດໝາຍມະນຸດສະທຳສາກົນ, ແລະ ຊຸກຍູ້ລັກສະນະປະສິດທິຜົນ, ປະດິດຄິດສ້າງ ແລະ ຄູ່ຮ່ວມມື.

        ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ແບ່ງປັນຄວາມວິຕົກກັງວົນຕໍ່ການເພີ່ມທະວີຂອງວິກິດການມະນຸດສະທຳທີ່ເປັນໜ້າທີ່ເຕືອນໄພໃນທົ່ວໂລກ ເຮັດໃຫ້ມີປະຊາຊົນນັບລ້ານຄົນຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ, ໃນຂະນະທີ່ການເຂົ້າເຖິງ ແລະ ການຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳປະສົບກັບຮົ້ວກີດຂວາງຫຼາຍຢ່າງ. ເພື່ອແກ້ໄຂສິ່ງທ້າທາຍນີ້ໄດ້, ຫວຽດນາມ ຮຽກຮ້ອງໃຫ້ປະຕິບັດຕາມກົດບັດ ສປຊ ແລະ ເຄົາລົບກົດໝາຍສາກົນ, ໃນນັ້ນ ມີກົດໝາຍວ່າດ້ວຍມະນຸດສະທຳສາກົນ. ບັນດາປະເທດ ແລະ ບັນດາຝ່າຍທີ່ປະທະກັນ ຕ້ອງປະຕິບັດພັນທະຕາມກົດໝາຍສາກົນ ແລະ ມະຕິສະບັບຕ່າງໆຂອງ ສປຊ ກ່ຽວກັບການປົກປ້ອງສາມັນຊົນ ແລະ ພື້ນຖານໂຄງລ່າງທີ່ຈຳເປັນ, ກໍຄືສ້າງເງື່ອນໄຂສະດວກແກ່ການເຄື່ອນໄຫວຊ່ວຍເຫຼືອມະນຸດສະທຳໄດ້ດຳເນີນຢ່າງປອດໄພ ແລະ ບໍ່ຖືກກີດກັ້ນ. ບັນດາປະເທດກໍຕ້ອງເພີ່ມທະວີການກະທຳຕ້ານການປ່ຽນແປງຂອງດິນຟ້າອາກາດ ເພື່ອສະກັດກັ້ນບັນດາວິນາດສະກຳຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ເພີ່ມຄວາມສາມາດຕ້ານທານ ດ້ວຍການເຂົ້າຮ່ວມຂອງບັນດາປະຊາຄົມຢູ່ທ້ອງຖິ່ນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຄວ້າ​ໄດ້​ລາງວັນ​ທີໜຶ່ງ ທົ່ວ​ຄະ​ນະ ໃນ​​ງານ​ຊ່ວງ​ເຮືອ rowing ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ 2024

ຫວຽດ​ນາມ ຄວ້າ​ໄດ້​ລາງວັນ​ທີໜຶ່ງ ທົ່ວ​ຄະ​ນະ ໃນ​​ງານ​ຊ່ວງ​ເຮືອ rowing ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ 2024

ທິມ Rowing ຫວຽດນາມ ນຳໜ້າໃນ 43 ລາຍການແຂ່ງຂັນຢູ່ເກັນອາຍຸຕ່າງກັນ ດ້ວຍຫຼຽນຄຳ 34 ຫຼຽນ, ຫຼຽນເງິນ 23 ຫຼຽນ, ຫຼຽນທອງ 13 ຫຼຽນ.

Top