ຂ່າວສານ
ຫຼາຍປະເທດຕອບສະໜອງຂໍ້ລິເລີ່ມກ່ຽວກັບເຂດ ກາຊາ ຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ
ທ່ານ Vladimir Putin ໄດ້ຮັບຄຳເຊື້ອເຊີນເຂົ້າຮ່ວມສະພາດັ່ງກ່າວ ແລະ ທ່ານ Dmitry Peskov ເລຂາດ້ານສື່ມວນຊົນຂອງປະທານາທິບໍດີ ລັດເຊຍ, ໃຫ້ຮູ້ວ່າ ມົດສະກູ ພວມຄົ້ນຄວ້າຂໍ້ສະເໜີດັ່ງກ່າວ ແລະ ຫວັງວ່າ ຈະຕິດຕໍ່ກັບວໍຊິງຕັນເພື່ອເຮັດແຈ້ງບັນດາເນື້ອໃນລະອຽດ.
ກໍໃນວັນດຽວກັນ, ໂຄສົກຂອງລັດຖະບານ ເຢຍລະມັນ ກໍໃຫ້ຮູ້ວ່າ ໄດ້ຮັບຄຳເຊື້ອເຊີນ ແລະ ຈະພິຈາລະນາກ່ຽວກັບການປະກອບສ່ວນເຊິ່ງ Berlin ອາດຈະປະຕິບັດ ເພື່ອມຸ່ງໄປເຖິງເປົ້າໝາຍແກ້ໄຂການປະທະກັນຢູ່ເຂດ ກາຊາ ຢ່າງຍາວນານ. ຄະນະກຳມະການເອີຣົບ ຢັ້ງຢືນວ່າ ທ່ານນາງປະທານ Ursula von der Leyen ກໍໄດ້ຮັບຄຳເຊື້ອເຊີນຈາກ ອາເມລິກາ ແລະ ພວມປຶກສາບັນດາການນຳສະຫະພາບເອີຣົບ (EU) ກ່ຽວກັບຄວາມສາມາດເຂົ້າຮ່ວມ; ພ້ອມທັງຢັ້ງຢືນວ່າ EU ພ້ອມແລ້ວທີ່ຈະປະກອບສ່ວນໃຫ້ແກ່ແຜນການຮອບດ້ານ ແນໃສ່ຢຸດຕິການປະທະກັນຢູ່ເຂດ ກາຊາ. ກະຊວງການຕ່າງປະເທດ ຝລັ່ງ ໃຫ້ຮູ້ວ່າ ປະເທດນີ້ພວມພິຈາລະນາຂໍ້ລິເລີ່ມ ພ້ອມກັນນັ້ນ ກໍຢັ້ງຢືນຄືນຄຳໝັ້ນສັນຍາກັບກົດບັດ ສປຊ ແລະ ເນັ້ນໜັກວ່າ ນີ້ຍັງຄົງແມ່ນພື້ນຖານຂອງລັດທິຫຼາຍຝ່າຍທີ່ມີປະສິດທິຜົນ.








