• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫຼັກຖານພິສູດຢ່າງຈະແຈ້ງກ່ຽວກັບຄວາມເສລີທາງດ້ານສາສະໜາຢູ່ ຫວຽດນາມ

ປະຈຸບັນ, ແຂວງ ດັກລັກ ມີສາສະນິກກະຊົນກ່ວາ 615.000 ຄົນ, ກວມເອົາ 30% ຈຳນວນປະຊາກອນ, ໃນນັ້ນເປັນຕົ້ນແມ່ນ 4 ສາສະໜາໃຫຍ່ຄື: ສາສະໜາກາໂຕລິກ, ສາສະໜາພຸດ, ສາສະໜາໂປແຕັດຕັງ, ສາສະໜາກາວດາຍ; ມີສຳນັກ ແລະ ສະຖານທີ່ເຄື່ອນໄຫວດ້ານສາສະໜາທາງການ 356 ແຫ່ງ ແລະ ມີຜູ້ມີຍົດສັກຕຳແໜ່ງ, ຕຳແໜ່ງໜ້າທີ່ວຽກງານ, ນັກບວດເກືອບ 1.400 ຄົນ

ຄວາມເສລີໃນການເຫຼື້ອມໃສ, ສາສະໜາແມ່ນໜຶ່ງໃນບັນດາສິດພື້ນຖານຂອງມະນຸດທີ່ໄດ້ລະບຸ ແລະ ປົກປ້ອງໃນກົດໝາຍວ່າດ້ວຍສິດທິມະນຸດສາກົນ ແລະ ລັດຖະທຳມະນູນຂອງເກືອບທຸກໆປະເທດ, ໃນນັ້ນມີ ຫວຽດນາມ. ຫວ່າງມໍ່ໆມານີ້, ຜູ້ຕາງໜ້າບາງສຳນັກຂ່າວສານ, ສື່ມວນຊົນຕ່າງປະເທດ ປະຈຳ ຫວຽດນາມ ເມື່ອໄປປະຕິບັດຕົວຈິງທີ່ແຂວງ ດັກລັກ ໄດ້ເຫັນປະຈັກຕາບັນດາຜົນງານຂອງຄວາມເສລີໃນການເຫຼື້ອມໃສໃນຊີວິດສາສະໜາຂອງປະຊາຊົນຢູ່ທີ່ນີ້.

  ບັນດານັກຂ່າວສຳພາດ ຄຸນພໍ່ Ai Krol (ພາບ:baodaklak.vn)  

ປະຈຸບັນ, ແຂວງ ດັກລັກ ມີສາສະນິກກະຊົນກ່ວາ 615.000 ຄົນ, ກວມເອົາ 30% ຈຳນວນປະຊາກອນ, ໃນນັ້ນເປັນຕົ້ນແມ່ນ 4 ສາສະໜາໃຫຍ່ຄື: ສາສະໜາກາໂຕລິກ, ສາສະໜາພຸດ, ສາສະໜາໂປແຕັດຕັງ, ສາສະໜາກາວດາຍ; ມີສຳນັກ ແລະ ສະຖານທີ່ເຄື່ອນໄຫວດ້ານສາສະໜາທາງການ 356 ແຫ່ງ ແລະ ມີຜູ້ມີຍົດສັກຕຳແໜ່ງ, ຕຳແໜ່ງໜ້າທີ່ວຽກງານ, ນັກບວດເກືອບ 1.400 ຄົນພວມດຳລົງຊີວິດຢູ່ບັນດາຮາກຖານສາສະໜາ. ແຕ່ຕົ້ນປີ 2021 ຮອດເດືອນ ມິຖຸນາ 2022, ແຂວງ ໄດ້ຈົດທະບຽນເຕົ້າໂຮມເຄື່ອນໄຫວທາງສາສະໜາໃຫ້ແກ່ 13 ກຸ່ມສາສະໜາໂປແຕັດຕັງ ທີ່ມີເງື່ອນໄຂຄົບຖ້ວນ, ຍົກຈຳນວນສະຖານທີ່ກຸ່ມສາສະໜາໂປແຕັດຕັງທີ່ໄດ້ການຈົດທະບຽບເຕົ້າໂຮມດຳເນີນຊີວິດຂຶ້ນເຖິງ 220 ແຫ່ງ. ບັນດາສາສະໜາອື່ນໆໃນບໍລິເວນແຂວງໄດ້ພັດທະນາຢ່າງບໍ່ຢຸດຢັ້ງກ່ຽວກັບຈຳນວນຜູ້ມີຍົດສັກຕຳແໜ່ງ, ຕຳແໜ່ງໜ້າທີ່ວຽກງານ, ສາສະນິກກະຊົນ, ສ້າງສຳນັກບູຊານັບມື້ນັບໃຫຍ່ໂຕ. ພໍ່ແມ່ປະຊາຊົນບັນດາສາສະໜາຕັ້ງໜ້າເຄື່ອນໄຫວການກຸສົນ, ຮັບປະກັນຊີວິດສັງຄົມ.

ສະເພາະໃນເມືອງ Ea Kar, ທາງທິດຕາເວັນອອກຂອງແຂວງ ດັກລັກ, ມີສາສະນິກກະຊົນເກືອບ 23.000 ຄົນ, ກວມເອົາ 15,55% ປະຊາກອນ. ໃນເມືອງມີທັງໝົດ 11 ຮາກຖານສາສະໜາ, ມີຜູ້ມີຍົດສັກ 24 ອົງ ແລະ ຕຳແໜ່ງໜ້າທີ່ວຽກງານ 122 ອົງທີ່ພວມດຳລົງຊີວິດໃນບັນດາສຳນັກ, ສະຖານທີ່ສາສະໜາ. ທ່ານຫງວຽນມິງຈວ່ຽນ, ຮອງປະທານຄະນະກຳມະການປະຊາຊົນເມືອງ Ea Kar, ໃຫ້ຮູ້ວ່າ:

“ອຳນາດການປົກຄອງທ້ອງຖິ່ນມີຄວາມເອົາໃຈໃສ່ເຖິງວຽກງານສາສະໜາ, ສ້າງທຸກເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ຮາກຖານສາສະໜາເຄື່ອນໄຫວ, ແນະນຳກ່ຽວກັບລະບຽບການທີ່ດິນເພື່ອອະນຸຍາດກໍ່ສ້າງບັນດາສຳນັກບູຊາ. ແຕ່ລະປີ, ໃນໂອກາດງານບຸນສຳຄັນຕ່າງໆ, ອຳນາດການປົກຄອງລ້ວນແຕ່ຈັດຄະນະໄປອວຍພອນຜູ້ມີຍົດສັກ, ເພື່ອກຳແໜ້ນແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງບັນດາສາສະນິກກະຊົນ, ພ້ອມທັງປັບປຸງການພົວພັນລະຫວ່າງອຳນາດການປົກຄອງທ້ອງຖິ່ນ ແລະ ບັນດາສາສະໜາ.”

ບັນດາຜູ້ມີຍົດສັກ, ຕຳແໜ່ງໜ້າທີ່ວຽກງານ ກໍ່ຄືພຸດທະສາສະນິກກະຊົນລ້ວນແຕ່ຮັບຮູ້ບັນດາຄວາມມານະພະຍາຍາມຂອງອຳນາດການປົກຄອງທ້ອງຖິ່ນໃນການສ້າງເງື່ອນໄຂໃຫ້ແກ່ບັນດາສາສະໜາດຳເນີນຊີວິດແບບເສລີໃນການເຫຼື້ອມໃສ. ຄຸນພໍ່ Ai Krol, ຂຶ້ນກັບສະມາຄົມສາສະໜາ ໂປແຕັດຕັງ, ສາຂາ Ea Hiu, ແບ່ງປັນວ່າ:

“ໃນການດຳເນີນຊີວິດຂອງສະມາຄົມ, ອຳນາດການປົກຄອງທຸກຂັ້ນໄດ້ສ້າງທຸກເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ສາຂາ. ທຸຸກສິ່ງທຸກຢ່າງດີງາມ, ບໍ່ມີສິ່ງເປັນກັງວົນ. ຊຸມປີກ່ອນ, ພວກຂ້າພະເຈົ້າໄດ້ດຳເນີນຊີວິດໃນໂບດຊົ່ວຄາວເທົ່ານັ້ນ. ສ່ວນປະຈຸບັນ, ອຳນາດການປົກຄອງທຸກຂັ້ນໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ພວກຂ້າພະເຈົ້າໄດ້ສ້າງໂບດໃຫຍ່ໂຕສວຍງາມ. ນັບແຕ່ເມື່ອມີໂບດແຫ່ງນີ້, ໃຜໆກໍ່ຮູ້ສຶກພາກພູມໃຈ”

ບັນດາກໍລະນີສາສະນິກກະຊົນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ກໍ່ໄດ້ຮັບການໜູນຊ່ວຍທາງດ້ານເຮືອນຢູ່, ທຶນຮອນ, ສະໜອງງົວພັນເພື່ອຮັກສາການດຳລົງຊີວິດກິນຈາກອຳນາດການປົກຄອງ. ທ່ານ ອາຍກຽນ, ຮັບຜິດຊອບສະມາຄົມສາສະໜາໂປແຕັດຕັງ ບວນຢາບ, ໄດ້ແບ່ງປັນວ່າ:

“ຂ້າພະເຈົ້າເຫັນວ່າ, ອຳນາດການປົກຄອງທ້ອງຖິ່ນຢູ່ນີ້ກໍ່ດີຫຼາຍຍ້້ອນເຂົາໄດ້ໜູນຊ່ວຍໃຫ້ພໍ່ແມ່ປະຊາຊົນ, ຕົວຢ່າງຄືໂຄງການເຮືອນຢູ່ 134, ໂຄງການ 176. ສຳລັບບັນດາຄອບຄົວທຸກຍາກນັ້ນ ໄດ້ໜູນຊ່ວຍການລ້ຽງແບ້, ງົວ.”

  ນັກຂ່າວສຳພາດປະຊາຊົນຢູ່ແຂວງ ດັກລັກ (ພາບ:baodaklak.vn)  

ໂດຍໄດ້ເຫັນປະຈັກຕາ ແລະ ມີຄວາມເຂົ້າໃຈຕື່ມອີກກ່ຽວກັບບັນດາແຜນນະໂຍບາຍ, ນະໂຍບາຍ, ຄວາມເອົາໃຈໃສ່ຂອງອຳນາດການປົກຄອງທ້ອງຖິ່ນເວົ້າສະເພາະ, ຂອງພັກ ແລະ ລັດຖະບານ ຫວຽດນາມ ເວົ້າລວມ ສຳລັບວຽກງານຮັບປະກັນ ແລະ ເສີມຂະຫຍາຍສິດທິມະນຸດ, ທ່ານ Kitagawa Katsuhiro, ນັກຂ່າວສຳນັກຂ່າວສານ Jiji Press (ຍີ່ປຸ່ນ), ໄດ້ສະແດງຄວາມເຫັນວ່າ:

“ເມື່ອໄດ້ຢ້ຽມຊົມບັນດາຫໍທຳມະ ແລະ ໂບດ, ຂ້າພະເຈົ້າເຫັນແມ່ຍິງ, ເດັກນ້ອຍຮ້ອງເພງສັນລະເສີນພະເຈົ້າ, ມ່ວນຫຼາຍ. ຢູ່ຍີ່ປຸ່ນ, ຂ້າພະເຈົ້າ ບໍ່ເຄີຍເຂົ້າໂບດ ແຕ່ເມື່ອມາແຫ່ງນີ້ຂ້າພະເຈົ້າເຫັນບັນຍາກາດຢູ່ໂບດ ຫວຽດນາມ ຄຶກຄັກ ແລະ ໂລ່ງແຈ້ງຫຼາຍ. ຂ້າພະເຈົ້າເຫັນວ່າຊີວິດທາງສາສະໜາຂອງປະຊາຊົນບໍ່ມີຄວາມກົດດັນຫຍັງເລີຍ.”

ສ່ວນນາງ Jung Rina, ນັກຂ່າວຂອງ ສ. ເກົາຫຼີ, ແບ່ງປັນວ່າ:

“ຫວຽດນາມ ແມ່ນປະເທດທີ່ມີຫຼາຍຊົນເຜົ່າ, ມີວັດທະນະທຳອຸດົມສົມບູນ. ເມື່ອໄປຢາມ ໄຕງວຽນ, ຂ້າພະເຈົ້າເຫັນໄດ້ການດຳລົງຊີວິດຕົວຈິງຂອງປະຊາຊົນເຜົ່າສ່ວນໜ້ອຍ, ເມື່ອແລກປ່ຽນກັບປະຊາຊົນ ແລະ ອຳນາດການປົກຄອງ, ຂ້າພະເຈົ້າມີຄວາມຮູ້, ບົດຮຽນ ແລະ ເຂົ້າໃຈຕື່ມອີກກ່ຽວກັບເຂດ ໄຕງວຽນ. ການໄປປະຕິບັດຕົວຈິງໄດ້ຊ່ວຍໃຫ້ຂ້າພະເຈົ້າ ແລະ ນັກຂ່າວຕ່າງປະເທດຫຼາຍຄົນມີວິໄສທັດຕົວຈິງກ່ຽວກັບຄວາມເສລີໃນການດຳເນີນຊີວິດສາສະໜາຂອງປະຊາຊົນໄຕງວຽນ ເວົ້າສະເພາະ ແລະ ຂອງປະຊາຊົນ ຫວຽດນາມ ເວົ້າລວມ. ຂ້າພະເຈົ້າມີຄວາມປະທັບໃຈກ່ຽວກັບສິ່ງດັ່ງກ່າວ.”

ທັດສະນະສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ຫວຽດນາມ ແມ່ນເຄົາລົບ, ຮັບປະກັນສິດເສລີໃນການເຫຼື້ອມໃສ, ສາສະໜາຂອງ ປະຊາຊົນ. ຕົວຈິງໃນການເຄື່ອນໄຫວທາງສາສະໜາຢູ່ແຂວງ ດັກລັກ ໄດ້ສະແດງໃຫ້ເຫັນທັດສະນະນີ້ໄດ້, ພວມປະຕິບັດຢ່າງມີປະສິດທິຜົນ, ແມ່ນຫຼັກຖານຢ່າງຈະແຈ້ງກ່ຽວກັບສິດເສລີໃນການເຫຼື້ອມໃສ, ສາສະໜາຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ເດີນທາງມາຮອດ ສປປ ລາວ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 45

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ເດີນທາງມາຮອດ ສປປ ລາວ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 45

ທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ ຫໍສະພາແຫ່ງຊາດ ລາວ. ພາຍຫລັງພິທີຕ້ອນຮັບ, ສອງຝ່າຍໄດ້ດຳເນີນການພົບປະສົນທະນາ.

Top