• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນປະຕິວັດລາວຢ້ຽມຢາມຫວຽດນາມຢ່າງເປັນທາງການ

      ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານພົນໂທ ຟານວັນຢາງ, ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ສຸວອນ ຫຼວງບຸນມີ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນປະຕິວັດລາວໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການໃນລະຫວ່າງວັນທີ 13 – 17 ພຶດສະພາ 2018

ທ່ານພົນໂທ ຟານວັນຢາງ ແລະທ່ານພົນໂທສຸວອນ ຫຼວງບຸນມີ ພ້ອມກັບຄະນະຜູ້ແທນຖ່າຍຮູບເປັນທີ່ລະນຶກ
(ພາບ: Duong Giang/TTXVN)
      ໃນຕອນເຊົ້າວັນທີ 14 ພຶດສະພາ, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານ ພົນໂທ ຟານວັນຢາງ ໄດ້ເປັນປະທານການຕ້ອນຮັບທ່ານພົນໂທ ສຸວອນ ຫຼວງບຸນມີ ແລະ ບັນດາສະມາຊິກຄະນະຜູ້ແທນການທະຫານຂັ້ນສູງແຫ່ງ ສປປ.ລາວ. ພາຍຫຼັງພິທີຕ້ອນຮັບ, ທ່ານພົນໂທ ສຸວອນ ຫຼວງບຸນມີ ແລະ ບັນດາສະມາຊິກໃນຄະນະ ໄດ້ເຂົ້າຢ້ຽມຂໍ່ານັບທ່ານພົນເອກ ໂງຊວນລີກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.
        ແລະກໍໃນຕອນເຊົ້າຂອງວັນດຽວກັນ, ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ໂດຍທ່ານພົນໂທ ຟານວັນຢາງ ເປັນຫົວໜ້າຄະນະ ໄດ້ມີການໂອ້ລົມສົນທະນາກັບຄະນະຜູ້ແທນການທະຫານຂັ້ນສູງແຫ່ງ ສປປ.ລາວ ໂດຍທ່ານ ພົນໂທ ສຸວອນ ຫຼວງບຸນມີ ເປັນຫົວໜ້າຄະນະ. ສອງຝ່າຍໄດ້ເຫັນດີເປັນເອກະພາບ ຈະເພີ່ມທະວີສົມທົບລະຫວ່າງກຳລັງປ້ອງກັນຊາຍແດນ, ກຳລັງຕໍ່ສູ້, ກຳລັງປ້ອງກັນ ແລະ ຕ້ານອາດຊະຍະກຳຂ້າມຊາຍແດນປະເພດຕ່າງໆ ເປັນປະຈຳຢ່າງມີປະສິດທິຜົນ, ພິເສດແມ່ນອາດຊະຍະກຳຄ້າຂາຍຢາເສດຕິດ; ຜັນຂະຫຍາຍວຽກງານບຳລຸງສ້າງຖັນແຖວພະນັກງານ, ນັກຊ່ຽວຊານການທະຫານ; ຝຶກອົບຮົມວຽກງານພັກ, ວຽກງານການເມືອງ; ຝຶກອົບຮົມເພື່ອຮັບປະກັນດ້ານການພະລາທິການ ແລະເຕັກນິກ ສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ; ພົບປະແລກປ່ຽນບົດຮຽນ, ໜູນຊ່ວຍເຊິ່ງກັນແລະກັນໃນວຽກງານການກໍ່ສ້າງແຫຼ່ງກຳລັງ ແລະ ຍົກສູງຄວາມຮູ້ຄວາມສາມາດກຽມພ້ອມສູ້ຮົບຂອງກອງທັບເປັນປະຈຳ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ : ຍູ້​ໄວ​ການ​ຈັດ​ແບ່ງ, ປ່ອຍ​ເງິນ​ລົງ​ທຶນ​ສາ​ທາ​ລະ​ນະ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ : ຍູ້​ໄວ​ການ​ຈັດ​ແບ່ງ, ປ່ອຍ​ເງິນ​ລົງ​ທຶນ​ສາ​ທາ​ລະ​ນະ

ທ່​ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ບັນ​ດາ​ກະ​ຊວງ, ສຳ​ນັກ​ງານ ແລະ ທ້ອງ​ຖິ່ນ​ຕີ​ລາ​​ຄາຄວາມ​ສາ​ມາດ​ໃນ​ການ​ປະ​ຕິ​ບັດ​ບັດ​ນາ​ເປົ້າ​ໝາຍ​ເຕີບ​ໂຕ​ເພື່ອ​ມີ​ມາດ​ຕະ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ພ້ອມ​ທັງ​ຮັບ​ປະ​ກັນ​ເປົ້າ​ໝາຍ​ຮັກ​ສາ​ການ ຄວບ​ຄຸມ​ໄພ​ເງິນ​ເຟີ​ເປັນ​ປົກ​ກະ​ຕິ.

Top