• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫາຍ​ຟ່ອງ ມຸ່ງ​ໄປ​ສູ່​ກາຍ​ເປັນ​ສູນ​ພັດ​ທະ​ນາ​ການ​ບໍ​ລິ​ການ logistics ລະ​ດັບ​ຊາດ ແລະ ພາກ​ພື້ນ

ການກຳນົດທິດລວມໃຫ້ແກ່ຫາຍຟ່ອງໃຫ້ກາຍເປັນສູນບໍລິການ logistics ຂອງປະເທດຊາດ ແລະ ພາກພື້ນ, ສ້າງບັນດາກຸ່ມບໍລິສັດ, ວິສາຫະກິດໃຫຍ່ໃນຂົງເຂດສະໜອງການບໍລິການທ່າກ່ຳປັ່ນທະເລດ້ວຍຄຸນນະພາບສູງເທື່ອລະກ້າວ; ມີຄວາມສາມາດຢ່າງພຽງພໍເພື່ອສາມາດແກ້ງແຍ້ງກັບບັນດາວິສາຫະກິດ, ການບໍລິການຕ່າງປະເທດເທື່ອລະກ້າວ.

ທ່ານກ່ຳປັ່ນ ຫາຍຟ່ອງ ຮ່ວມທຸລະກິດກັບ ບໍລິສັດ Heung-A  (ພາບ:TTXVN )

ຕາມແຜນຮ່າງດັດປັບແຜນກຳນົດສັງລວມພັດທະນາເສດຖະກິດ - ສັງຄົມ ນະຄອນ ຫາຍຟ່ອງ ເຖິງປີ 2025, ກຳນົດທິດເຖິງປີ 2030, ການບໍລິການ logistics ດ້ວຍຍອດເນື້ອທີ່ເດີ່ນ,ສາງເກັບມ້ຽນສິນຄ້າໃນບໍລິເວນນະຄອນ ບັນລຸປະມານ 701,14 ເຮັກຕາ, ສາງເກັບມ້ຽນສິນຄ້າໃຫຍ່ກວ່າ 60 ແຫ່ງ. ລະດັບການເຕີບໂຕສະເລ່ຍໃນຂົງເຂດການບໍລິການ logistics ໄລຍະ 2021 – 2025 ແມ່ນ 16 – 18% ຕໍ່ປີ ແລະ ໄລຍະ 2026 – 2030 ແມ່ນ 17% ຕໍ່ປີ. ການກຳນົດທິດລວມໃຫ້ແກ່ຫາຍຟ່ອງໃຫ້ກາຍເປັນສູນບໍລິການ logistics ຂອງປະເທດຊາດ ແລະ ພາກພື້ນ, ສ້າງບັນດາກຸ່ມບໍລິສັດ, ວິສາຫະກິດໃຫຍ່ໃນຂົງເຂດສະໜອງການບໍລິການທ່າກ່ຳປັ່ນທະເລດ້ວຍຄຸນນະພາບສູງເທື່ອລະກ້າວ; ມີຄວາມສາມາດຢ່າງພຽງພໍເພື່ອສາມາດແກ້ງແຍ້ງກັບບັນດາວິສາຫະກິດ, ການບໍລິການຕ່າງປະເທດເທື່ອລະກ້າວ./.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top