• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫາງສຽງຄັດຄ້ານນະໂຍບາຍໃໝ່ຂອງອາເມລິກາສຳລັບກູບາ

      ວັນທີ 16 ມິຖຸນາ, ລັດຖະບານ ກູບາ ໄດ້ກ່າວປະນາມນະໂຍບາຍໃໝ່ຂອງອຳນາດການປົກຄອງປະທານາທິບໍດີ Donald Trump ທີ່ຫາກໍ່ປະກາດສຳລັບປະເທດນີ້ິ້, ພ້ອມທັງຢືນຢັນຄວາມປາດຖະໜາຢາກ “ເຈລະຈາຢ່າງມີຄວາມເຄົາລົບ” ກັບ ວໍຊິງຕັນ.

ທ່ານລັດຖະມົນຕີການຕ່າງປະເທດກູບາ Bruno Rodriguez
(ພາບປະກອບ: AFP/ TTXVN)
      ໃນຂະນະນັ້ນ, ຫາງສຽງຢູ່ພາກພື້ນອາເມລິກາລາຕິນ, ທະວີບອາເມລິກາ ແລະ ຢູ່ພາຍໃນປະເທດອາເມລິກາ ກໍ່ໄດ້ຄັດຄ້ານການກະທຳດັ່ງກ່າວຢ່າງແຮງ. ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro ຖືວ່າ, ນີ້ແມ່ນການກະທຳ “ເກາະຜິດ” ແລະ “ນາບຂູ່” ຂອງຜູ້ນຳໜ້າທຳນຽບຂາວ. ທ່ານ Maduro ຮຽກຮ້ອງໃຫ້ປະຊາຊົນທົ່ວໂລກອອກສຽງສະແດງຄວາມສາມັກຄີກັບກູບາ ແລະ ຢືນຢັນ ປະເທດເກາະ Caribe ຈະບໍ່ມີເວລາໃດທີ່ຖືກຕົກຢູ່ໂດດດ່ຽວ. ແບ່ງປັນທັດສະນະດັ່ງກ່າວ, ທ່ານປະທານາທິບໍດີ ໂບລີເວຍ Evo Morales ກໍ່ສະແດງຄວາມສາມັກຄີກັບລັດຖະບານ ແລະ ປະຊາຊົນກູບາ, ພ້ອມທັງກ່າວປະນາມອຳນາດການປົກຄອງອາເມລິກາ ບໍ່ສົນໃຈເຖິງຄຳຮຽກຮ້ອງຍົກເລີກຄຳສັ່ງຂວ້ຳບາດຕ້ານ La Habana ຂອງທົ່ວໂລກ… ແລະ ພາຍໃນປະເທດອາເມລິກາ ເອງ, ມີອົງການຈັດຕັ້ງ ແລະ ນັກການເມືອງຫຼາຍຄົນກໍ່ອອກສຽງຄັດຄ້ານຂໍ້ຕົກລົງຂອງທ່ານປະທານາທິບໍດີອາເມລິກາ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top