ຂ່າວສານ
ຫວຽດນາມປະສານສົມທົບ ແລະ ປະກອບສ່ວນໝາກຜົນຢ່າງແທ້ຈິງ ຂອງບັນດາກອງປະຊຸມຂັ້ນສູງ ອາຊຽນ
ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ (AMM), ກອງປະຊຸມສະພາປະຊາຄົມການເມືອງ - ຄວາມໝັ້ນຄົງ ອາຊຽນ (APSC) ຄັ້ງທີ 32 ແລະ ກອງປະຊຸມສະພາປະສານງານ ອາຊຽນ (ACC) ຄັ້ງທີ 39 ໄດ້ດຳເນີນໃນວັນທີ 14 ພະຈິກ ຢູ່ມານີລາ, ຟີລິບປິນ. ໃນວັນດຽວກັນ, ລັດຖະມົນຕີ ການຕ່າງປະເທດບັນດາປະເທດສະມາຊິກ ອາຊຽນ ເຂົ້າວາລະປຶກສາຫາລືບໍ່ເປັນທາງການເປີດກວ້າງກ່ຽວກັບການປະຕິບັດຄວາມເຫັນດີ 5 ຂໍ້ຂອງບັນດາການນຳ ອາຊຽນ. ໂດຍໄດ້ຮັບການມອບສິດຈາກທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ, ທ່ານດັ້ງຮວ່າງຢາງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ ຫວຽດນາມ ນຳໜ້າຄະນະຜູ້ແທນ SOM ASEAN - ຫວຽດນາມ ເຂົ້າຮ່ວມບັນດາກອງປະຊຸມ ແລະ ວາລະປຶກສາຫາລື. ກ່າວຄຳເຫັນທີ່ບັນດາກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ດັ້ງຮວ່າງຢາງ ຕີລາຄາສູງວຽກງານກະກຽມຂອງປະເທດປະທານ ຟີລິບປິນ, ຢັ້ງຢືນ ຫວຽດນາມ ຈະປະສານສົມທົບກັບຟີລິບປິນ ແລະ ບັນດາປະເທດສະມາຊິກ ຢ່າງແໜ້ນແຟ້ນ, ປະກອບສ່ວນເຂົ້າຜົນສຳເລັດ ແລະ ໝາກຜົນແທ້ຈິງຂອງບັນດາກອງປະຊຸມຂັ້ນສູງ. ທ່ານຮອງລັດຖະມົນຕີ ເນັ້ນໜັກວ່າ ອາຊຽນ ຕ້ອງເສີມຂະຫຍາຍບັນດາກົນໄກຂອງ ສະມາຄົມເພື່ອຍົກສູງຄວາມສາມາດປ້ອງກັນ, ແກ້ໄຂການປະທະກັນ ແລະ ຮັບມືກັບບັນດາສິ່ງທ້າທາຍຂ້າມຊາດຢ່າງມີປະສິດທິຜົນ, ຄື: ການຄ້າຂາຍຢາເສັບຕິດ, ການສໍ້ໂກງທາງອອນໄລ, ຄວັນຢູ່ເຂດຊາຍແດນ. ຫວຽດນາມ ຈະຮ່ວມມືກັບບັນດາປະເທດຢ່າງແໜ້ນແຟ້ນເພື່ອຊຸກຍູ້ການເຈລະຈາ, ບັນລຸໄດ້ກົດແຫ່ງການປະພຶດຢູ່ ທະເລຕາເວັນອອກ (COC)ໂດຍໄວ. ຫວຽດນາມ ສະໜັບສະໜູນ ອາຊຽນ ເພີ່ມທະວີການແຊກແຊງເຂົ້າມຽນມາ ຢ່າງຕັ້ງໜ້າ ເພື່ອຊຸກຍູ້ການໂອ້ລົມສົນທະນາ, ປ່ອງດ່ອງ.






