ນັບແຕ່ວັນທີ 10 – 12 ພະຈິກ, ຢູ່ນະຄອນຫຼວງ ວຽນ, ປະເທດ ໂອຕາລິດ, ໄດ້ດຳເນີນກອງປະຊຸມຄັ້ງທີ 65 ຂອງຄະນະກຳມະການກະກຽມອົງການສົນທິສັນຍາເກືອດຫ້າມການທົດລອງນິວເຄຼຍຮອບດ້ານ (CTBTO). ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວູເລຖາຍຮວ່າງ, ຫົວໜ້າຄະນະ ຫວຽດນາມ ປະຈຳ ສປຊ ແລະ ບັນດາອົງການຈັດຕັ້ງສາກົນຢູ່ ວຽນ, ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນສົນທິສັນຍາເກືອດຫ້າມການທົດລອງນິວເຄຼຍຮອບດ້ານ (CTBT) ຢ່າງແຮງ; ພ້ອມທັງເນັ້ນໜັກເຖິງຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການສະໜັບສະໜູນບັນດາປະເທດນຳໃຊ້ພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບໄປຄຽງຄູ່ກັບການຮັບປະກັນຄວາມປອດໄພ ແລະ ການປະຕິບັດບັນດາມາດຕະຖານຂອງອົງການປະລະມານູສາກົນ (IAEA). ທ່ານເອກອັກຄະລັດຖະທູດເນັ້ນໜັກວ່າ ເລື່ອງ ຫວຽດນາມ ຈະຮັບດຳລົງບົດບາດເປັນປະທານກອງປະຊຸມສຳຫຼວດກວດຄືນສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍຄັ້ງທີ 11 (NPT RevCon 2026 ຢູ່ ນິວຢອກ) ແລະ ຄຳໝັ້ນສັນຍາ ຈະຊຸກຍູ້ຄວາມດຸ່ນດ່ຽງ, ສ້າງຄວາມເຫັນດີເຫັນພ້ອມ, ຕິດພັນວິວັດທະນາການ NPT ກັບບັນດາກົນໄກເສີມສ້າງຄື CTBT. ຫວຽດນາມ ຈະດຳເນີນການປຶກສາຫາລືກັບບັນດາກຸ່ມພາກພື້ນຢູ່ ວຽກນ ແຕ່ວັນທີ 24 – 25 ພະຈິກ.
ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຫວູເລຖາຍຮວ່າງ ຢັ້ງຢືນວ່າ ຈະສືບຕໍ່ສົມທົບກັບ CTBTO ແລະ ບັນດາປະເທດສະມາຊິກຊຸກຍູ້ລັດທິຫຼາຍຝ່າຍຢ່າງແໜ້ນແຟ້ນ, ຮັບປະກັນຄວາມດຸ່ນດ່ຽງກ່ຽວກັບພູມີປະເທດ ແລະ ເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງ ແລະ ຊາວໜຸ່ມໃນບັນດາກິດຈະກຳຂອງ CTBTO, ພ້ອມກັນປະກອບສ່ວນເຂົ້າໃນເປົ້າໝາຍລວມກ່ຽວກັບໂລກບໍ່ມີການທົດລອງອາວຸດນິວເຄຼຍ.








