• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 6 ຂອງ​ສະ​ພາ CPTPP

ທ່ານ Gan Kim Yong, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສິງກະໂປ ຕີລາຄາວ່າ CPTPP ບັນລຸໄດ້ຄວາມກ້າວໜ້າຫຼາຍຢ່າງໃນຫຼາຍຂົງເຂດພາຍຫຼັງການປະຕິບັດມາເປັນ 3 ປີ, CPTPP ສືບຕໍ່ແມ່ນມາດຖານ, ພື້ນຖານໃຫ້ແກ່ບັນດາຂໍ້ຕົກລົງດ້ານການຄ້າ.
  ລັດຖະມົນຕີບັນດາປະເທດ ສະມາຊິກ CPTPP (ພາບ: TTXVN)  

ວັນທີ 8 ຕຸລາ, ສິງກະໂປ ໄດ້ເປັນປະທານກອງປະຊຸມຄັ້ງທີ 6 ຂອງສະພາສົນທິສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ດ້ວຍການເຂົ້າຮ່ວມຂອງບັນດາລັດຖະບານ, ເຈົ້າໜ້າທີ່ຂັ້ນສູງ ຮັບຜິດຊອບດ້ານເສດຖະກິດ, ການຄ້າຂອງ 11 ປະເທດສະມາຊິກ. ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມໂດຍທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເຈິ່ນກວັກແຄ໊ງ ນຳໜ້າ.

ໄຂກອງປະຊຸມ, ທ່ານ Gan Kim Yong, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສິງກະໂປ ຕີລາຄາວ່າ CPTPP ບັນລຸໄດ້ຄວາມກ້າວໜ້າຫຼາຍຢ່າງໃນຫຼາຍຂົງເຂດພາຍຫຼັງການປະຕິບັດມາເປັນ 3 ປີ, CPTPP ສືບຕໍ່ແມ່ນມາດຖານ, ພື້ນຖານໃຫ້ແກ່ບັນດາຂໍ້ຕົກລົງດ້ານການຄ້າ. ບັນດາມາດຕາກ່ຽວກັບການຄ້າດີຈີຕອນ ຂອງ CPTPP ໄດ້ຊ່ວຍກຳນົດພື້ນຖານບັນດາຂໍ້ຕົກລົງກ່ຽວກັບເສດຖະກິດດີຈີຕອນ, ການຄ້າດີຈີຕອນ ໃນໄລຍະຜ່ານມາ.

ຢູ່ກອງປະຊຸມ, ບັນດາປະເທດສະມາຊິກ CPTPP ໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງ ມາເລເຊຍໃຫ້ສັດຕະຍາບັນເອກະສານ ແລະ ບາງປະມວນການແນະນຳບໍ່ບັງຄັບໃຫ້ແກ່ບັນດາຂໍ້ຕົກລົງຮັບຮອງເອົາເຊິ່ງກັນແລະກັນ (MRA) ຫຼືບັນດາຂໍ້ຕົກລົງກ່ຽວກັບການບໍລິການດ້ານວິຊາສະເພາະ (APS).

(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top