• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ຮຽກ​ຮ້ອງ​ບັນ​ດາ​ປະ​ເທດ​ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ ແລະ ດູ່ນ​ດຽງ​ທັງ​ສາມ​ເສົາ​ຄ້ຳ​ຂອງ​ສົນ​ທິ​ສັນ​ຍາ NPT

ທ່ານ​ນາງ ເລ​ທິ​ທູ​ຮັ່ງ ຮອງ​ລັດ​ຖະ​ມົ​ນ​ຕີການ​ຕ່າງ​ປະ​ເທດ ຫວຽດ​ນາມ ເນັ້ນ​ໜັ້ກ​ເຖິງ​ລະ​ດັບ​ຄວາມ​ສຳ​ຄັນ ແລະ ສິດ​ຜົນ​ປະ​ໂຫຍດ​ຂອງ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ​ໃນ​ການ​ນຳ​ໃຊ້​ ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ ສັນ​ຕິ​ພາບ ​ແນ​ໃສ່​ຊຸກ​ຍູ້​ຄວາມ​ຄືບ​ໜ້າ.
      ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: VOV)  
ຫວຽດ​ນາມ​ຮຽກ​ຮ້ອງ​ບັນ​ດາ​ປະ​ເທດ​ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ ແລະ ດູ່ນ​ດຽງ​ທັງ​ສາມ​ເສົາ​ຄ້ຳ​ຂອງ​ສົນ​ທິ​ສັນ​ຍາ NPT ນີ້​ແມ່ນຄຳ​ຢັ້ງ​ຢືນ​ຂອງ​ທ່ານ​ນາງ ເລ​ທິ​ທູ​ຮັ່ງ ຮອງ​ລັດ​ຖະ​ມົ​ນ​ຕີ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢູ່ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ລວມ​ໃນ​ມື້​ເຮັດ​ວຽກ​ທຳ​ອິດ​ຂອງ​ສະ​ພາສຳຫຼວດກວດ​ຄືນ ​ຄັ້ງ​ທີ 11 ສົນ​ທິ​ສັນ​ຍາ​ບໍ່​​ແຜ່​ຂະ​ຫຍາຍອາ​ວຸດນິວ​ເຄຼຍ (NPT), ຢູ່​ສຳ​ນັກ​ງານ ສ​ປ​ຊ ຢູ່​ນິວຢອກ (ອາ​ເມ​ລິ​ກາ), ວັນ​ທີ 27 ເມ​ສາ​ຕາມ​ເວ​ລາ​ທ້ອງ​ຖິ່ນ. ທ່ານ​ນາງ ເລ​ທິ​ທູ​ຮັ່ງ ເນັ້ນ​ໜັ້ກ​ເຖິງ​ລະ​ດັບ​ຄວາມ​ສຳ​ຄັນ ແລະ ສິດ​ຜົນ​ປະ​ໂຫຍດ​ຂອງ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ​ໃນ​ການ​ນຳ​ໃຊ້​ ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ ສັນ​ຕິ​ພາບ ​ແນ​ໃສ່​ຊຸກ​ຍູ້​ຄວາມ​ຄືບ​ໜ້າ, ຜ່ານ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ, ເປີດກວ້າງ​ຄວາມ​ສາ​ມາດ​ສຳ​ຜັດ​ເຕັກ​ໂນ​ໂລ​ຢີ, ວິ​ຊາ​ຊີບ ແລະ ຮັບ​ປະ​ກັນ​ແຫຼ່ງ​ການ​ເງິນ​ແບບ​ຍືນ​ຍົງ. ທ່ານ​ນາງ ເລ​ທິ​ທູ​ຮັ່ງ ຮອງ​ລັດ​ຖະ​ມົນ​ຕີ ກໍ່​ແບ່ງ​ປັນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນຈິນ​ຕະ​ນາ​ການ​ນະ​ໂຍ​ບາຍ​ກົດ​ໝາຍ​ແຫ່ງ​ຊາດ, ສະ​ແດງ​ອອກ​ຜ່ານ​ການ​ຮັບ​ຮອງ​ເອົາ​ຍຸດ​ທະ​ສາດ​ພັດ​ທະ​ນາ ແລະ ໝູນ​ໃຊ້​ພະ​ລັງ​ງານ​ນິວ​ເຄຼຍ ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ​ຈົນ​ຮອດ​ປີ 2035, ດ້ວຍ​ວິ​ໄສ​ທັດ​ຮອດ​ປີ 2050…

ແຫຼ່ງຄັດຈາກ VOV)

Vingroup ລອດ​ເຂົ້າ top 5 ບໍ​ລິ​ສັດ​ມີ​ທຶນ​ໃຫຍ່​ທີ່​ສຸດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

Vingroup ລອດ​ເຂົ້າ top 5 ບໍ​ລິ​ສັດ​ມີ​ທຶນ​ໃຫຍ່​ທີ່​ສຸດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຕາມ​ຂໍ້​ມູນ​ຈາກ Companies Market Cap ແລ້ວ, ຄູນ​ຄ່າ​ໃນ​ຕະຫຼາດຫຼັກ​ຊັບ​ຂອງ Vingroup ປັດ​ຈຸ​ບັນ​ຢືນ​​ອັນ​ດັບ​ທີ 4 ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ຖັດ​ຈາກ DBS Group (Singapore), Delta Electronics (ໄທ) ແລະ OCBC (Singapore).

Top