• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ພັດ​ທະ​ນາຢ່າງ​ໃຫຍ່ຫຼວງ​ໃນ​ຂະ​ແໜງ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວ​ສານ

ທ່ານ Gupta ໃຫ້ຮູ້ວ່າ HCL ພວມຊຸກຍູ້ແຜນການລົງທຶນໃຫຍ່ທີ່ມີມູນຄ່ານັບຮ້ອຍລ້ານ USD ເຂົ້າຫວຽດນາມ, ພິເສດແມ່ນໃນຂົງເຂດຊອບແວ ແລະ ການບໍລິການ. ກຸ່ມບໍລິສັດພວມມຸ່ງໄປສູ່ເປົ້າໝາຍສ້າງສູນໃຈກາງຢູ່ຫວຽດນາມ  ແລະ ນັ້ນຈະແມ່ນໜຶ່ງໃນບັນດາສູນໃຫຍ່ທີ່ສຸດຂອງ HCL ຢູ່ອາຊີຕາເວັນອອກສ່ຽງໃຕ້. 

ທ່ານ Sanjay Gupta ຮອງປະທານຜູ້ຮັບຜິດຊອບການດຳເນີນທຸລະກິດຂອງກຸ່ມບໍລິສັດ HCL Technologies ອິນເດຍ (ພາບ: TTXVN) 

ຫວຽດນາມມີຄວາມສາມາດບົ່ມຊ້ອນພັດທະນາຢ່າງໃຫຍ່ຫຼວງໃນຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານ ຍ້ອນມີແຫຼ່ງຊັບພະຍາກອນມະນຸດໜຸ່ມ ແລະ ສະພາບແວດລ້ອມແຫ່ງການລົງທຶນ ທີ່ດຶງດູດໃຈ, ກາຍເປັນໜຶ່ງໃນບັນດາຈຸດນັດພົບຂອງການລົງທຶນທີ່ພົ້ນເດັ່ນທີ່ສຸດໃນພາກພື້ນ ສຳລັບບັນຫາວິສາຫະກິດ ອິນເດຍ. ນີ້ແມ່ນຂໍ້ສັງເກດຂອງທ່ານ Sanjay Gupta ຮອງປະທານຜູ້ຮັບຜິດຊອບການດຳເນີນທຸລະກິດຂອງກຸ່ມບໍລິສັດ HCL Technologies ອິນເດຍ ຢູ່ກອງປະຊຸມສຳມະນາທາງອອນລາຍທີ່ມີຫົວຂໍ້ວ່າ “ບັນດານະໂຍບາຍເສດຖະກິດມະຫາພາກຫຼັກແຫຼ່ງຂອງລັດຖະບານ ຫວຽດນາມ ໃນການຮັບມືກັບໂລກລະບາດ ແລະ ບາງຂະແໜງທີ່ມີຄວາມສາມາດບົ່ມຊ້ອນໃຫ້ແກ່ນັກລົງທຶນໄລຍະຍາວ”, ໂດຍສະຖານທູດຫວຽດນາມ ປະຈຳ ອິນເດຍ ຈັດຕັ້ງໃນວັນທີ 7 ສິງຫາ. ກອງປະຊຸມມີການເຂົ້າຮ່ວມຂອງວິສາຫະກິດ ປະມານ 100 ແຫ່ງ, ນັກລົງທຶນ, ນັກຊ່ຽວຊານ, ນັກຮຽນຮູ້ທີ່ມີອິດທິພົນຊື່ສຽງຂອງ ຫວຽດນາມ ແລະ ອິນເດຍ. ທ່ານ Gupta ໃຫ້ຮູ້ວ່າ HCL ພວມຊຸກຍູ້ແຜນການລົງທຶນໃຫຍ່ທີ່ມີມູນຄ່ານັບຮ້ອຍລ້ານ USD ເຂົ້າຫວຽດນາມ, ພິເສດແມ່ນໃນຂົງເຂດຊອບແວ ແລະ ການບໍລິການ. ກຸ່ມບໍລິສັດພວມມຸ່ງໄປສູ່ເປົ້າໝາຍສ້າງສູນໃຈກາງຢູ່ຫວຽດນາມ  ແລະ ນັ້ນຈະແມ່ນໜຶ່ງໃນບັນດາສູນໃຫຍ່ທີ່ສຸດຂອງ HCL ຢູ່ອາຊີຕາເວັນອອກສ່ຽງໃຕ້. ປັດຈຸບັນ, HCL ແມ່ນບໍລິສັດ ເຕັກໂນໂລຢີຂໍ້ມູນຂ່າວສານໃຫຍ່ທີ 3 ຂອງອິນເດຍ ດ້ວຍພະນັກງານ 150.000 ຄົນ ເຮັດວຽກຢູ່ 47 ປະເທດໃນທົ່ວໂລກ. ລາຍຮັບຂອງກຸ່ມບໍລິສັດໃນປີກາຍນີ້ບັນລຸໄດ້ 10 ຕື້ USD.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top