
ພາບປະກອບ: TTXVN
ປັດຈຸບັນ ຫວຽດນາມມີສະຖານທີ່ວິໄຈ 111 ແຫ່ງມີຄວາມສາມາດດ້ານເຕັກນິກຢ່າງພຽງພໍໃນການວິໄຈຫາເຊື້ອ Covid – 19. ສະຫຼຸບກອງປະຊຸມ, ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງສຳຫຼວດກວດກາ, ເພີ່ມເຕີມແນະນຳມາດຕະການເພື່ອຮັບປະກັນຄວາມປອດໄພໃນການປ້ອງກັນ, ສະກັດກັ້ນໂລກລະຍາດຢູ່ໂຮງຮຽນເມື່ອ ນັກຮຽນໄປຮຽນໃນໄລຍະຈະມາເຖິງ.ຄຽງຄູ່ກັນນັ້ນ, ຕ້ອງມີການແນະນຳຢ່າງລະອຽດກ່ຽວກັບການຮັບປະກັນຄວາມປອດໄພໃນການໄປມາດ້ວຍລົດປະຈຳທາງ, ຄວາມປອດໄພໃນບໍລິການກິນດື່ມ ແລະ ຄວາມປອດໄພເມື່ອໄປເຮັດວຽກຢູ່ຫ້ອງການ.
(ແຫຼ່ງຄັດຈາກ VOV)