• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ຍົກ​ເວັ້ນ​ວີ​ຊາ ເຂົ້າ​ເມືອງ ຫວຽດ​ນາມ ຕື່ມ​ອີກ 12 ປະ​ເທດ ນັບ​ແຕ່​ວັນ​ທີ 15 ສິງ​ຫາ

ກົມທ່ອງທ່ຽວແຫ່ງຊາດ ຕີລາຄານະໂຍບາຍວິຊາ ນັບມື້ນັບປອດໂປ່ງ, ເປີດເຜີຍແມ່ນໜຶ່ງໃນບັນດາກຳລັງໜູນສຳຄັນຊ່ວຍຂະແໜງການທ່ອງທ່ຽວຫວຽດນາມ ໃນໄລຍະຜ່ານມາ ບັນລຸໄດ້ໝາກຜົນໃຫຍ່ຫຼາຍຢ່າງ, ສ້າງລະດັບສະຖິຕິໃໝ່ໃນການຕ້ອນຮັບແຂກທ່ອງທ່ຽວສາກົນຢ່າງຕໍ່ເນື່ອງ.
ນັກທ່ອງທ່ຽວຕ່າງປະເທດ (ພາບ: chinhphu.vn)
ລັດຖະບານ ຫາກໍ່ປະກາດມະຕິວ່າດ້ວຍການຍົກເວັ້ນວິຊາ ຕາມລາຍການກະຕຸກຊຸກຍູ້ການພັດທະນາການທ່ອງທ່ຽວ ໃຫ້ພົນລະເມືອງ 12 ປະເທດ. ຕາມນັ້ນແລ້ວ, ພົນລະເມືອງບັນດາປະເທດຄື: ລາຊະອານາຈັກ ແບນຊິກ, ສ.ບູນກາຣີ, ສ.ກຣົວຊີ, ສ.ເຊັກໂກ, ຮຸງກາຣີ, (ລາຊະລັດ) ລູກຊຳບວກ, ລາຊະອານາຈັກ ໂຮນລັງ, ສ.ໂປໂລຍ, ຣູມານີ, ສ.ສະໂລວາກີ, ສ.ສະໂລເວນີ ແລະ ສະຫະພັນ ສະວິດ ເມື່ອເຂົ້າເມືອງ ຫວຽດນາມ ເພື່ອທ່ອງທ່ຽວ ຈະໄດ້ຍົກເວັ້ນວິຊາໃນໄລຍະເວລາພັກເຊົາ 45 ວັນ. ນະໂຍບາຍດັ່ງກ່າວມີຜົນສັກສິດນັບແຕ່ວັນທີ 15 ສິງຫາ 2025 ຫາວັນທີ 14 ສິງຫາ 2028. ມາຮອດປັດຈຸບັນ, ຫວຽດນາມ ໄດ້ຍົກເວັ້ນວິຊາຝ່າຍດຽວໃຫ້ພົນລະເມືອງຂອງ 24 ປະເທດ. ກົມທ່ອງທ່ຽວແຫ່ງຊາດ ຕີລາຄານະໂຍບາຍວິຊາ ນັບມື້ນັບປອດໂປ່ງ, ເປີດເຜີຍແມ່ນໜຶ່ງໃນບັນດາກຳລັງໜູນສຳຄັນຊ່ວຍຂະແໜງການທ່ອງທ່ຽວຫວຽດນາມ ໃນໄລຍະຜ່ານມາ ບັນລຸໄດ້ໝາກຜົນໃຫຍ່ຫຼາຍຢ່າງ, ສ້າງລະດັບສະຖິຕິໃໝ່ໃນການຕ້ອນຮັບແຂກທ່ອງທ່ຽວສາກົນຢ່າງຕໍ່ເນື່ອງ. ນີ້ແມ່ນປະຖົມປັດໄຈເພື່ອໃຫ້ຂະແໜງການທ່ອງທ່ຽວບັນລຸໄດ້ເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວສາກົນໃຫ້ໄດ້ ແຕ່ 22 – 23 ລ້ານເທື່ອຄົນຕໍ່ປີ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ເປີດ​ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ ບູ​ຊານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ເປີດ​ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ ບູ​ຊານ

ທ່ານເລຂາທິການໃຫຍ່ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດອັນຍິ່ງໃຫຍ່ເຊິ່ງນະຄອນບັນລຸໄດ້ໃນວິວັດການພັດທະນາ, ກາຍເປັນສູນເສດຖະກິດໃຫຍ່ອັນດັບທີ 2 ຂອງ ສ.ເກົາຫຼີ, ນະຄອນທ່າກຳປັ່ນໃຫຍ່ອັນດັບທີ 5 ໃນໂລກ.

Top