• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ແລກ​ປ່ຽນ​ປະ​ສົບ​ການ ແລະ ນະ​ໂຍ​ບາຍ​ປິ່ນ​ປົວ​ພະ​ຍາດ​ໝາກ​ໄຂ່ຫຼ​ັງໄລ​ຍະ​ສຸດ​ທ້າຍ​ໃນ​ສ​ະ​ພາບ​ການ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19

ທ່ານລັດຖະມົນຕີກະຊວງສາທາລະນະສຸກ ແລະ ປະຊາສົງເຄາະ ອາເມລິກາ Alex Azar ຖືວ່າ ບັນດາວຽກງານເຊິ່ງຫວຽດນາມ ພວມປະຕິບັດໄດ້ກາຍເປັນແບບຢາງໃຫ້ແກ່ພາກພື້ນ ອາຊີ - ປາຊີຟິກ ແລະ ທົ່ວໂລກ.

ກອງປະຊຸມອອນລາຍ ດ້ວຍຫົວຂໍ້ “ແລກປ່ຽນປະສົບການ ແລະ ນະໂຍບາຍໃນການປິ່ນປົວພະຍາດໝາກໄຂ່ຫຼັງໄລຍະສຸດທ້າຍ ໃນສະພາບການເກີດໂລກລະບາດໂຄວິດ - 19”  (ພາບ: suckhoedoisong.vn)

ໃນສະພາບການທີ່ຈຳນວນຜູ້ມີພະຍາດປະຈຳຕົວ, ພະຍາດຊ້ຳເຮື້ອຕິດເຊື້ອພະຍາດໂຄວິດ - 19 ນັບມື້ນັບເພີ່ມຂຶ້ນສູງຢູ່ຫວຽດນາມ, ຕອນຄ່ຳວັນທີ 12 ສິງຫາ, ກະຊວງສາທາລະນະສຸກຫວຽດນາມ ໄດ້ສົມທົບກັບສະຖານທູດ ອາເມລິກາ ປະຈຳ ຫວຽດນາມ ຈັດຕັ້ງກອງປະຊຸມອອນລາຍ ດ້ວຍຫົວຂໍ້ “ແລກປ່ຽນປະສົບການ ແລະ ນະໂຍບາຍໃນການປິ່ນປົວພະຍາດໝາກໄຂ່ຫຼັງໄລຍະສຸດທ້າຍ ໃນສະພາບການເກີດໂລກລະບາດໂຄວິດ - 19” ໂດຍມີການເຂົ້າຮ່ວມຂອງບັນດານັກຊ່ຽວຊານ ອາເມລິກາ ແລະ ບັນດາໂຮງໝໍທີ່ພວມປິ່ນປົວຜູ້ຕິດພະຍາດໂຄວິດ - 19.

        ນະທີ່ນີ້, ບັນດານັກຊ່ຽວຊານສອງຝ່າຍໄດ້ພ້ອມກັນປຶກສາຫາລື, ແລກປ່ຽນ, ແບ່ງປັນປະສົບການກ່ຽວກັບການປິ່ນປົວພະຍາດໝາກໄຂ່ຫຼັງ ກໍຄືສະໜອງການບໍລິການສາທາລະນະສຸກໃຫ້ແກ່ຜູ້ເປັນພະຍາດໝາກໄຂ່ຫຼັງໄລຍະສຸດທ້າຍໃນສະພາບການເກີດໂລກລະບາດໂຄວິດ - 19.

        ທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ແລະ ປະຊາສົງເຄາະ ອາເມລິກາ Alex Azar ຖືວ່າ ບັນດາວຽກງານເຊິ່ງຫວຽດນາມ ພວມປະຕິບັດໄດ້ກາຍເປັນແບບຢາງໃຫ້ແກ່ພາກພື້ນ ອາຊີ - ປາຊີຟິກ ແລະ ທົ່ວໂລກ.

(ແຫຼ່ງຄັດຈາກ VOV)

ເປີດ​ຕົວ​ປຶ້ມ ຄວາມ​ຊົງ​ຈຳ ດ້ຽນ​ບຽນ​ຝູ - ບັນ​ດາຕົວພະ​ຍານປະ​ຫວັດ​ສາດ ​ອອກ​ສຽງ

ເປີດ​ຕົວ​ປຶ້ມ “ຄວາມ​ຊົງ​ຈຳ ດ້ຽນ​ບຽນ​ຝູ - ບັນ​ດາຕົວພະ​ຍານປະ​ຫວັດ​ສາດ ​ອອກ​ສຽງ”

ຕອນບ່າຍວັນທີ 3 ພຶດສະພາ, ຢູ່ຮ່າໂນ້ຍ, ສຳນັກພິມຈຳໜ່າຍ ມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ ໄດ້ຈັດພິທີເປີດຕົວປຶ້ມ “ຄວາມຊົງຈຳ ດ້ຽນບຽນຝູ - ບັນດາພະຍານປະຫວັດສາດ ອອກສຽງ” ຂອງນັກປະຫວັດສາດ ຊາວຝລັ່ງ ສອງຄົນ ນັ້ນແມ່ນທ່ານ Pierre Journoud ແລະ ທ່ານ Hugues Tertrais.

Top