• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ສ​ປ​ຊ ລົງ​ນາມ​ໃນ​ເອ​ກະ​ສານ ແຜນ​ແມ່​ບົດ​ຍຸດ​ທະ​ສາດ​ຮ່ວມ​ມື​ພັດ​ທະ​ນາ​ແບບ​ຍືນ​ຍົງ ໄລ​ຍະ 2022 – 2026

CF ແມ່ນເອກະສານຍຸດທະສາດຫຼັກແຫຼ່ງແນະນຳ ແລະ ກຳນົດທິດການຮ່ວມມືລະຫວ່າງ ລັດຖະບານ ຫວຽດນາມ ແລະ ສປຊ ໃນການຍູ້ໄວຄວາມຄືບໜ້າບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG).

CF ແມ່ນເອກະສານຍຸດທະສາດຫຼັກແຫຼ່ງແນະນຳ ແລະ ກຳນົດທິດການຮ່ວມມືລະຫວ່າງ ລັດຖະບານ ຫວຽດນາມ ແລະ ສປຊ ໃນການຍູ້ໄວຄວາມຄືບໜ້າບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG). 

    

ຫວຽດນາມ ແລະ ສປຊ ລົງນາມໃນເອກະສານ ແຜນແມ່ບົດຍຸດທະສາດຮ່ວມມືພັດທະນາແບບຍືນຍົງ ໄລຍະ 2022 – 2026

ຕອນບ່າຍວັນທີ 11 ສິງຫາ, ທ່ານ ຫງວຽນຈີຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລະ ທ່ານນາງ Pauline Tamesis ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ ໄດ້ລົງນາມໃນເອກະສານແຜນແມ່ບົດຍຸດທະສາດຮ່ວມມືພັດທະນາແບບຍືນຍົງ (CF) ໄລຍະ 2022 – 2026 ລະຫວ່າງລັດຖະບານ ຫວຽດນາມ ແລະ ບັນດາອົງການຕ່າງໆຂອງ ສປຊ ທີ່ໄດ້ປະຈຳ ຫຼື ບໍ່ປະຈຳ ຢູ່ ຫວຽດນາມ. CF ແມ່ນເອກະສານຍຸດທະສາດຫຼັກແຫຼ່ງແນະນຳ ແລະ ກຳນົດທິດການຮ່ວມມືລະຫວ່າງ ລັດຖະບານ ຫວຽດນາມ ແລະ ສປຊ ໃນການຍູ້ໄວຄວາມຄືບໜ້າບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG). ແຜນແມ່ບົດຍຸດທະສາດ ໄດ້ສຸມໃສ່ 4 ຂົງເຂດພັດທະນາຕົ້ນຕໍ, ນັ້ນແມ່ນ: ຂົງເຂດພັດທະນາສັງຄົມແບບກວມລວມ; ຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຮັບມືກັບໄພທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມແບບຍືນຍົງ; ຂົງເຂດແບ່ງປັນຄວາມວັດທະນາຖາວອນ, ຂົງເຂດຄຸ້ມຄອງ ແລະ ເຂົ້າເຖິງຄວາມຍຸຕິທຳ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວນຈີຢຸງ ໃຫ້ຮູ້ວ່າ:

        “ພ້ອມກັບຄູ່ຮ່ວມມືພັດທະນາອື່ນ, ສປຊ ມີບົດບາດສຳຄັນໃນການໜູນຊ່ວຍ ຫວຽດນາມ ໃນວິວັດທະນາການພັດທະນາ, ເຊື່ອມໂຍງ ແລະ ເຂົ້າຮ່ວມການພັດທະນາລວມຂອງສາກົນຢ່າງແຮງ”.

        ສ່ວນທ່ານນາງ Pauline Tamesis ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງ ສປຊ ໃນການກໍ່ສ້າງສາຍພົວພັນຄູ່ຮ່ວມມືແໜ້ນແຟ້ນລະຫວ່າງ ລັດຖະບານ ຫວຽດນາມ ແລະ ສປຊ ໃນການຍູ້ໄວຄວາມຄືບໜ້າທີ່ບັນລຸໄດ້ໃນໂຄງການດຳເນີນງານປີ 2030 ກ່ຽວກັບການພັດທະນາແບບຍືນຍົງ ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top