ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນບັນດາຂໍ້ລິເລີ່ມຂອງ WB ໃນຂົງເຂດຊັບພະຍາກອນນ້ຳ, ທ່ານຖືວ່າ ບັນດາຂໍ້ລິເລີ່ມນີ້ເໝາະສົມກັບຄວາມຕ້ອງການຕົວຈິງຂອງ ຫວຽດນາມ. ສໍາລັບໂຄງການ “ປູກເຂົ້າໃນເນື້ອທີ່ 1 ລ້ານເຮັກຕາທີ່ປ່ອຍອາຍພິດຕ່ຳຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ”, ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ລັດຖະບານໄດ້ເຫັນດີເປັນເອກະພາບມອບໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເປັນຫົວໜ່ວຍຮັບຜິດຊອບ, ບໍລິຫານໂຄງການ, ດ້ວຍແຫຼ່ງກຳລັງຈາກ WB ແລະ ງົບປະມານສູນກາງ.
ທ່ານນາງ Mariam J. Sherman ຕີລາຄາສູງຄວາມເຫັນດີເຫັນພ້ອມ ແລະ ຄຳໝັ້ນສັນຍາຢ່າງແຮງຂອງຝ່າຍ ຫວຽດນາມ ສຳລັບບັນດາຂໍ້ລິເລີ່ມຮ່ວມມືຂອງ WB ໃນການຄຸ້ມຄອງຊັບພະຍາກອນນ້ຳ; ຢັ້ງຢືນເລື່ອງເຂົ້າຮ່ວມບັນດາຂໍ້ລິເລີ່ມທົ່ວໂລກ ບໍ່ພຽງແຕ່ປະກອບສ່ວນຍົກສູງພາບພົດຂອງປະເທດຊາດເທົ່ານັ້ນ ຫາກຍັງສ້າງໂອກາດເພື່ອໃຫ້ ຫວຽດນາມ ຍາດແຍ່ງບັນດາແຫຼ່ງກຳລັງ ແລະ ວິຊາການຈາກ WB.








