• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ກາ​ນາ​ດາ ພ້ອ​ມ​ກັນ​ຈັດ​ຊຸກ​ຝືກ​ອົບ​ຮົມ​ນາຍ​ທະ​ຫານເປັນ​ເສ​ນາ​ທິ​ການ ສ​ປ​ຊ

ເຂົ້າ​ຮ່ວມ​ຊຸກ​ຝືກ​ອົບ​ຮົບ​ລວມ​ມີ​ນັກ​ສຳ​ມະ​ນາ​ກອນ 37 ຄົນ​ທີ່ມາ​ຈາກ 9 ປະ​ເທດ​ຄູ່​ຮ່ວມ​ມື​ຂຶ້​ນ​ກັບ​ໂຄງ​ການ​​ຝືກ​ອົບ​ຮົບແລະ ຮ່ວມ​ມື​ດ້ານ​ການ​ທະ​ຫານ ຂອງ​ກາ​ນາ​ດາ.
ພະ​ນັກ​ງານ, ຜູ້ບັນ​ຊາ​ການ​ກົມ​ຮັກ​ສາ​ສັນ​ຕິ​ພາບ ຫວຽ​ດ​ນາມ ແລະ ບັນ​ດາ​ຜູ້​ແທນ, ຄູ​ອາ​ຈານ ທີ​ພິ​ທີ​ໄຂ (ພາບ: qdnd.vn)

ວັນ​ທີ 22 ມິ​ຖຸ​ນາ, ຢູ່​ສຳ​ນັກ​ງານ​ກົມ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ (ກະ​ຊວງ​ປ້ອງ​ກັນ​ປະ​ເທດ), ຮ່າ​ໂນ້ຍ ໄດ້​ໄຂ​ຊຸກ​ຝືກ​ອົບ​ຮົບ​ນາຍ​ທະ​ຫານ​ເປັນ​ເສ​ນາ​ທິ​ການ​ ສ​ປ​ຊ (UNSOC) ໂດຍ ຫວຽດ​ນາມ​ປະ​ສານ​ສົມ​ທົບ​ກັບ ກາ​ນາ​ດາ​ຮ່ວມ​ຈັດ​ຂຶ້ນ. ນີ້​ແມ່ນ​ຊຸດ UNSOC ທຳ​ອິດ​ພາຍຫຼັງ​ຊຸກ​ຝືກ​ອົບ​ຮົມ ເຊິ່ງ ສ​ປ​ຊ ຮັບ​ຮອງວ່າ​ບັນ​ລຸ​ມາດ​ຖານ​ໃນ​ເດືອນ​ມີ​ນາ 2026, ສ້າງ​ຂີດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຫັນ​ເປັນ​ມື​ອາ​ຊີບ​ ແລະ ຫັນ​ວຽກ​ງານ​ບຳ​ລຸງ​ກໍ່​ສ້າງ​ກ່ຽວ​ກັບ​ການ​ຮັກ​ສາ​ສັນ​ຕິ​ພາບ​ຢູ່ ກົມ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ ​ເປັນມາດ​ຕະ​ຖານ. ເຂົ້າ​ຮ່ວມ​ຊຸກ​ຝືກ​ອົບ​ຮົບ​ລວມ​ມີ​ນັກ​ສຳ​ມະ​ນາ​ກອນ 37 ຄົນ​ທີ່ມາ​ຈາກ 9 ປະ​ເທດ​ຄູ່​ຮ່ວມ​ມື​ຂຶ້​ນ​ກັບ​ໂຄງ​ການ​​ຝືກ​ອົບ​ຮົບແລະ ຮ່ວມ​ມື​ດ້ານ​ການ​ທະ​ຫານ ຂອງ​ກາ​ນາ​ດາ ລວມ​ມີ: ບັງ​ລາ​ແດດ, ກຳ​ປູ​ເຈຍ, ຟີ​ຢີ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ໂມງ​ໂກ​ເລຍ, ຟີ​ລິບ​ປິນ, ຕີ​ມໍ​ແລັດ​ສະ​ເຕີ ແລະ ປະ​ເທດ​ເຈົ້າ​ພາບ ຫວຽດ​ນາມ. ຊຸກ​ຝືກ​ອົບ​ຮົບ ນີ້​ຍັງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນາຍ​ທະ​ຫານ​ລາວ 5 ຄົນ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ.

ຊຸກ​ຝືກ​ອົບ​ຮົບດຳ​ເນີນ​ຮອດວັນ​ທີ 12 ກໍ​ລະ​ກົດ, ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ອາ​ຈານ​ຫວຽດ​ນາມ 5 ຄົນ ແລະ ​ກາ​ນາ​ດາ 2 ຄົນ​ພ້ອມ​ກັບ​ບັນ​ດາ​ພະ​ລັກ​ງານ​ປະ​ສານ​ງານ​ຊຸກ​ຝືກ​ອົບ​ຮົບ​ຂອງ​ສອງ​ປະ​ເທດ. ນີ້​ແມ່ນ​ບັນ​ດາ​ນັກ​ຊ່ຽວ​ຊານ​ໃນ​ຂົງ​ເຂດ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ທີ່​ມີ​ບົດ​ຮຽນ​ປະ​ສົບ​ການ​ຕົວ​ຈິງ​ຫຼາຍ, ໄດ້​ຜ່ານ​ຜ່າ​ວິ​ວັດ​ການ​ປະ​ຕິ​ບັດ​ງານ​ຢູ່​ສຳ​ນັກ​ງານ ສ​ປ​ຊ ທີ່​ນິວ​ຢອກ ແລະ ພື້ນ​ທີ່​ຂອງ​ບັນ​ດາ​ຄະ​ນະ​ປະ​ຕິ​ບັດ​ງານ. ເຂົ້າ​ຮ່ວມ​ຊຸກ​ຝືກ​ອົບ​ຮົມ, ບັນ​ດາ​ນັກ​ສຳ​ມະ​ນາ​ກອນ​ຈະ​ຜ່ານ​ຜ່າຫຼາຍ​ບົດ​ຮຽນ​ທິດ​ສະ​ດີ ແລະ ຝຶກ​ຊ້ອມ​ຮັບ​ມື​ກັບ​ບາງ​ສະ​ຖາ​ນະ​ການ. ຈົບ​ຊຸດ​ຝືກ​ອົບ​ຮົບ, ບັນ​ດາ​ນັກ​ສຳ​ມະ​ນາ​ກອນ​ຈະ​ໄດ້​ຝືກ​ຊ້ອມ​​ສັງ​ລວມ ກ່ຽວ​ກັບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ນາຍ​ທະ​ຫານ​ເປັນ​ເສ​ນາ​ທິ​ການ ສ​ປ​ຊ (INSTEX).

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top