ເຂົ້າຮ່ວມຊຸກຝືກອົບຮົບລວມມີນັກສຳມະນາກອນ 37 ຄົນທີ່ມາຈາກ 9 ປະເທດຄູ່ຮ່ວມມືຂຶ້ນກັບໂຄງການຝືກອົບຮົບແລະ ຮ່ວມມືດ້ານການທະຫານ ຂອງການາດາ.
ພະນັກງານ, ຜູ້ບັນຊາການກົມຮັກສາສັນຕິພາບ ຫວຽດນາມ ແລະ ບັນດາຜູ້ແທນ, ຄູອາຈານ ທີພິທີໄຂ (ພາບ: qdnd.vn)
ວັນທີ 22 ມິຖຸນາ, ຢູ່ສຳນັກງານກົມຮັກສາສັນຕິພາບ ຫວຽດນາມ (ກະຊວງປ້ອງກັນປະເທດ), ຮ່າໂນ້ຍ ໄດ້ໄຂຊຸກຝືກອົບຮົບນາຍທະຫານເປັນເສນາທິການ ສປຊ (UNSOC) ໂດຍ ຫວຽດນາມປະສານສົມທົບກັບ ການາດາຮ່ວມຈັດຂຶ້ນ. ນີ້ແມ່ນຊຸດ UNSOC ທຳອິດພາຍຫຼັງຊຸກຝືກອົບຮົມ ເຊິ່ງ ສປຊ ຮັບຮອງວ່າບັນລຸມາດຖານໃນເດືອນມີນາ 2026, ສ້າງຂີດໝາຍສຳຄັນໃນວິວັດການຫັນເປັນມືອາຊີບ ແລະ ຫັນວຽກງານບຳລຸງກໍ່ສ້າງກ່ຽວກັບການຮັກສາສັນຕິພາບຢູ່ ກົມຮັກສາສັນຕິພາບ ຫວຽດນາມ ເປັນມາດຕະຖານ. ເຂົ້າຮ່ວມຊຸກຝືກອົບຮົບລວມມີນັກສຳມະນາກອນ 37 ຄົນທີ່ມາຈາກ 9 ປະເທດຄູ່ຮ່ວມມືຂຶ້ນກັບໂຄງການຝືກອົບຮົບແລະ ຮ່ວມມືດ້ານການທະຫານ ຂອງການາດາ ລວມມີ: ບັງລາແດດ, ກຳປູເຈຍ, ຟີຢີ, ອິນໂດເນເຊຍ, ມາເລເຊຍ, ໂມງໂກເລຍ, ຟີລິບປິນ, ຕີມໍແລັດສະເຕີ ແລະ ປະເທດເຈົ້າພາບ ຫວຽດນາມ. ຊຸກຝືກອົບຮົບ ນີ້ຍັງມີການເຂົ້າຮ່ວມຂອງນາຍທະຫານລາວ 5 ຄົນຕາມຄຳເຊື້ອເຊີນຂອງກະຊວງປ້ອງກັນປະເທດ ຫວຽດນາມ.
ຊຸກຝືກອົບຮົບດຳເນີນຮອດວັນທີ 12 ກໍລະກົດ, ໂດຍມີການເຂົ້າຮ່ວມຂອງອາຈານຫວຽດນາມ 5 ຄົນ ແລະ ການາດາ 2 ຄົນພ້ອມກັບບັນດາພະລັກງານປະສານງານຊຸກຝືກອົບຮົບຂອງສອງປະເທດ. ນີ້ແມ່ນບັນດານັກຊ່ຽວຊານໃນຂົງເຂດຮັກສາສັນຕິພາບ ສປຊ ທີ່ມີບົດຮຽນປະສົບການຕົວຈິງຫຼາຍ, ໄດ້ຜ່ານຜ່າວິວັດການປະຕິບັດງານຢູ່ສຳນັກງານ ສປຊ ທີ່ນິວຢອກ ແລະ ພື້ນທີ່ຂອງບັນດາຄະນະປະຕິບັດງານ. ເຂົ້າຮ່ວມຊຸກຝືກອົບຮົມ, ບັນດານັກສຳມະນາກອນຈະຜ່ານຜ່າຫຼາຍບົດຮຽນທິດສະດີ ແລະ ຝຶກຊ້ອມຮັບມືກັບບາງສະຖານະການ. ຈົບຊຸດຝືກອົບຮົບ, ບັນດານັກສຳມະນາກອນຈະໄດ້ຝືກຊ້ອມສັງລວມ ກ່ຽວກັບການປະຕິບັດໜ້າທີ່ຂອງນາຍທະຫານເປັນເສນາທິການ ສປຊ (INSTEX).