ຂ່າວສານ
ຫວຽດນາມ ແບນຊິກຕັດສິນໃຈ ມຸ່ງໄປເຖິງການນຳການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່
ໃນຂອບເຂດການຢ້ຽມຢາມລາຊະອານາຈັກ ແບນຊິກຢ່າງເປັນທາງການ, ວັນທີ 23 ຕຸລາ, ຢູ່ນະຄອນຫຼວງ ບຣຸກແຊນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ ແລະ ມີການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ແບນຊິກ Bart De Wever.
ທີ່ການພົບປະເຈລະຈາ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ແບນຊິກ Bart De Wever ໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຮັກສາການແລກປ່ຽນ, ຊອກຮູ້ຄວາມສົນໃຈ, ຄວາມຕ້ອງການຂອງກັນເພື່ອເປີດກ້ວາງຂອບຂະໜາດການຮ່ວມມື, ຕັດສິນໃຈມຸ່ງໄປເຖິງການນຳການພົວພັນສອງຝ່າຍ ຫວຽດນາມ ແບນຊິກຂຶ້ນສູ່ລະດັບສູງໃໝ່.
ກ່ຽວກັບການເມືອງ - ການທູດ ແລະ ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການນຳສອງທ່ານ ເຫັນດີເປັນເອກະພາບແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງໃນທຸກຊ່ອງທາງ; ຜັນຂະຫຍາຍບັນດາກົນໄກ, ຂໍ້ຕົກລົງຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ; ຍູ້ແຮງການເຊື່ອມຕໍ່ຫຼາຍຮູບແບບລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຫວຽດນາມ ກັບລັດຖະບານ ສະຫະພັນ ແລະ ບັນດາເຂດຂອງ ແບນຊິກ ເພື່ອຫັນການຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດໃຫ້ປະກົນຜົນເປັນຈິງໃນໄລຍະຈະມາເຖິງ. ກ່ຽວກັບເສດຖະກິດ, ການຄ້າ ແລະ ການລົງທຶນ, ສອງຝ່າຍເຫັນດີເປັນເອກະພາບຕ້ອງສ້າງບັນດາບາດກ້າວບຸກທະລຸໃໝ່, ຍູ້ແຮງບັນດາໂຄງການຮ່ວມມືທີ່ມີຂອບຂະໜາດໃຫຍ່, ມີລັກສະນະຍຸດທະສາດໃນບັນດາຂົງເຂດແບນຊິກ ທີ່ອາດສາມາດມີທ່າແຮງມາແຕ່ດົນນານ ແລະ ຫວຽດນາມ ມີຄວາມຈຳເປັນຄື: ພັດທະນາທ່າກຳປັ່ນ, ລະບົບ logistics ອັດສະລິຍະ, ພະລັງງານສີຂຽວ, ເຂດອຸດສາຫະກຳຊີວະພາບ ແລະ ກະສິກຳໝູນໃຊ້ເຕັກໂນໂລຢີສູງ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…






