ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ແບນຊິກ Bart De Wever ໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຮັກສາການແລກປ່ຽນ, ຊອກຮູ້ຄວາມສົນໃຈ, ຄວາມຕ້ອງການຂອງກັນເພື່ອເປີດກ້ວາງຂອບຂະໜາດການຮ່ວມມື.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ແບນຊິກ Bart De Wever (ພາບ: VNA)
ໃນຂອບເຂດການຢ້ຽມຢາມລາຊະອານາຈັກ ແບນຊິກຢ່າງເປັນທາງການ, ວັນທີ 23 ຕຸລາ, ຢູ່ນະຄອນຫຼວງ ບຣຸກແຊນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ ແລະ ມີການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ແບນຊິກ Bart De Wever.
ທີ່ການພົບປະເຈລະຈາ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ແບນຊິກ Bart De Wever ໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຮັກສາການແລກປ່ຽນ, ຊອກຮູ້ຄວາມສົນໃຈ, ຄວາມຕ້ອງການຂອງກັນເພື່ອເປີດກ້ວາງຂອບຂະໜາດການຮ່ວມມື, ຕັດສິນໃຈມຸ່ງໄປເຖິງການນຳການພົວພັນສອງຝ່າຍ ຫວຽດນາມ ແບນຊິກຂຶ້ນສູ່ລະດັບສູງໃໝ່.
ກ່ຽວກັບການເມືອງ - ການທູດ ແລະ ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການນຳສອງທ່ານ ເຫັນດີເປັນເອກະພາບແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງໃນທຸກຊ່ອງທາງ; ຜັນຂະຫຍາຍບັນດາກົນໄກ, ຂໍ້ຕົກລົງຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ; ຍູ້ແຮງການເຊື່ອມຕໍ່ຫຼາຍຮູບແບບລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຫວຽດນາມ ກັບລັດຖະບານ ສະຫະພັນ ແລະ ບັນດາເຂດຂອງ ແບນຊິກ ເພື່ອຫັນການຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດໃຫ້ປະກົນຜົນເປັນຈິງໃນໄລຍະຈະມາເຖິງ. ກ່ຽວກັບເສດຖະກິດ, ການຄ້າ ແລະ ການລົງທຶນ, ສອງຝ່າຍເຫັນດີເປັນເອກະພາບຕ້ອງສ້າງບັນດາບາດກ້າວບຸກທະລຸໃໝ່, ຍູ້ແຮງບັນດາໂຄງການຮ່ວມມືທີ່ມີຂອບຂະໜາດໃຫຍ່, ມີລັກສະນະຍຸດທະສາດໃນບັນດາຂົງເຂດແບນຊິກ ທີ່ອາດສາມາດມີທ່າແຮງມາແຕ່ດົນນານ ແລະ ຫວຽດນາມ ມີຄວາມຈຳເປັນຄື: ພັດທະນາທ່າກຳປັ່ນ, ລະບົບ logistics ອັດສະລິຍະ, ພະລັງງານສີຂຽວ, ເຂດອຸດສາຫະກຳຊີວະພາບ ແລະ ກະສິກຳໝູນໃຊ້ເຕັກໂນໂລຢີສູງ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…