ວາລະສານດັ່ງກ່າວໄດ້ຄັດສະເໜີບົດລາຍງານ “Branded Residences 2025–2026” ຂອງກຸ່ມບໍລິສັດທີ່ປຶກສາອະສັງຫາລະມະຊັບ Savills, ວາລະສານດັ່ງກ່າວໃຫ້ຮູ້ວ່າ ປັດຈຸບັນ ຫວຽດນາມ ມີຫຼາຍກວ່າ 50 ໂຄງການອະຊັງຫາລິມະຊັບຫຼູຫຼາ ຕິດພັນກັບ 34 ເຄື່ອງໝາຍການຄ້າສາກົນ, ຜ່ານນັ້ນ ກໍ່ເລື່ອນຂຶ້ນລະດັບທີ 4 ທົ່ວໂລກກ່ຽວກັບຈຳນວນໂຄງການ, ພຽງແຕ່ຖັດຈາກ ອາເມລິກາ, ອາຣັບບິ ຊະອຸດິ ແລະ ເມັກຊີໂກ.
ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ຫວຽດນາມ ພວມກວມເອົາທ່າແຮງຢ່າງຈະແຈ້ງ. ຕົວເລກໂດຍບໍລິສັດທີ່ປຶກສາໂຮງແຮມ C9 Hotelworks ໃຫ້ຮູ້ວ່າ ປັດຈຸບັນ ຫວຽດນາມ ກວມເອົາເຖິງ 41% ຈຳນວນໂຄງການອະສັງຫາລິມະຊັບຫຼູຫຼາທີ່ພວມໄດ້ຮັບການກໍ່ສ້າງຢູ່ ອາຊີ, ເຊິ່ງເປັນອັດຕາສູງສຸດໃນພາກພື້ນ.








