ດ້ວຍຫົວຂໍ້ “ກວມລວມ ແລະ ຍືນຍົງ”, ກອງປະຊຸມສຸດຍອດ ອາຊຽນ 47 ຢັ້ງຢືນຄຳໝັ້ນສັນຍາຂອງ ອາຊຽນ ໃນການສ້າງປະຊາຄົມທັງມີຄວາມສະໜິດຕິດພັນ ທັງມຸ່ງໄປເຖິງອະນາຄົດ.
ປັບປຸງຄວາມສາມັກຄີ ແລະ ເປັນເອກະພາບ ອາຊຽນ
ພາຍຫຼັງເກືອບ 60 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ອາຊຽນ ສືບຕໍ່ແມ່ນຈຸດເດັ່ນແຈ້ງ ແລະ ກຳລັງໜູນຂອງການຮ່ວມມືຫຼາຍຝ່າຍ. ອາຊຽນ ຮັກສາທ່ວງທ່າຮ່ວມມື, ບັນລຸໄດ້ໝາກຜົນແທ້ຈິງຫຼາຍຢ່າງ, ພິເສດແມ່ນຮອງຮັບຜ່ານ ວິໄສທັດປະຊາຄົມ ອາຊຽນ 2024.
ການເຊື່ອມຕໍ່ເສດຖະກິດພາຍໃນກຸ່ມ ແລະ ນອກກຸ່ມ ໄດ້ເພີ່ມທະວີຜ່ານເຄືອຂ່າຍບັນດາສົນທິສັນຍາ ການຄ້າເສລີ (FTA). ບັນດາກົນໄກຂອງ ອາຊຽນ ສືບຕໍ່ໄດ້ຮັບການສະໜັບສະໜູນ, ເອົາໃຈໃສ່ ແລະ ເຂົ້າຮ່ວມຂອງບັນດາຄູ່ຮ່ວມມື, ເປັນຕົ້ນແມ່ນບັນດາປະເທດໃຫຍ່. ເຖິງຢ່າງໃດກໍຕາມ, ອາຊຽນ ກໍ່ຍັງປະສົບກັບສິ່ງທ້າທາຍນາໆປະການ, ພິເສດແມ່ນການແກ້ງແຍ້ງດ້ານຍຸດທະສາດ ລະຫວ່າງບັນດາປະເທດໃຫຍ່ຢູ່ພາກພື້ນທີ່ນັບມື້ນັບຂ້ຽວຂາດ, ວາງອອກ ບັນດາຄວາມຮຽກຮ້ອງຕ້ອງການໃໝ່ ໃຫ້ອາຊຽນ, ຕ້ອງເສີມຂະຫຍາຍຫຼັກການ ແລະ ມາດຖານການປະພຶດ, ຍົກສູງຄວາມສາມາດໃນການແຈ້ງເຕືອນ, ສະກັດກັ້ນ ແລະ ຄຸ້ມຄອງການປະທະກັນ.
ໃນສະພາບການນັ້ນ, ໂຄງການດຳເນີນງານຂອງກອງປະຊຸມຂັ້ນສູງ ອາຊຽນ 47 ໄດ້ສຸມໃສ່ບັນດາເນື້ອໃນຄື: ປັບປຸງຄວາມສາມັກຄີ ແລະ ເປັນເອກະພາບຂອງ ອາຊຽນ ຜ່ານການຮັບ ຕີມໍແລັດສະເຕເຂົ້າເປັນສະມາຊິກທີ 11, ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງໃນພາກພື້ນ, ສະໜັບສະໜູນການຮ່ວມມືດ້ານເສດຖະກິດຢ່າງແໜ້ນແຟ້ນກ່ວາ ເພື່ອອາດສາມາດແກ້ໄຂບັນດາສິ່ງທ້າທາຍດ້ານເສດຖະກິດພູມສາດການເມືອງ. ທ່ານນາງ Sarah Al Bakri Devadason ເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ອາຊຽນ ໃຫ້ຮູ້ວ່າ:
ຄາດວ່າເອກະສານໝາກຜົນຫຼັກ 84 ສະບັບ ພ້ອມກັບເອກະສານສະບັບຕ່າງໆຈະໄດ້ຮັບຮອງໃນຄັ້ງນີ້. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນຈະມີກອງປະຊຸມສຸດຍອດ ເສດຖະກິດການຄ້າ ລະຫວ່າງ ອາຊຽນ ແລະ 5 ປະເທດຄູ່ຮ່ວມມື (RCEP). ນີ້ແມ່ນກອງປະຊຸມຄັ້ງທຳອິດ ນັບແຕ່ເວລາຂໍ້ຕົກລົງໄດ້ຮັບການສ້າງຂຶ້ນໃນປີ 2022, ແມ່ນໂອກາດເພື່ອໃຫ້ບັນດາການນຳປຶກສາຫາລືກ່ຽວກັບວິທີການຊຸກຍູ້ເພື່ອຕິດພັນບັນດາປະເທດເຂົ້າກັນ, ເລັ່ງໃສ່ສ້າງສະພາບແວດລ້ອມແຫ່ງການຮ່ວມມືຢ່າງເປີດເຜີຍ ແລະ ຮອບດ້ານ.
ເພື່ອຊຸກຍູ້ຫົວຂໍ້ “ກວມລວມ ແລະ ຍືນຍົງ”, ກອງປະຊຸມ ອາຊຽນ ຄັ້ງທີ 47 ໄດ້ມຸ່ງໄປເຖິງການເຊື່ອມໂຍງເຂົ້າກັບສາກົນ ຂອງປະຊາຄົມ ອາຊຽນ ຢ່າງແໜ້ນແຟ້ນກ່ວາອີກ, ສຸມໃສ່ສ້າງປະຊາຄົມອີງຕາມບັນດາຂົງເຂດຄື: ມອບສິດໃຫ້ແກ່ຊາວໜຸ່ມ, ຄວາມຮູ້ດີຈີຕອນ, ຄວາມຮູ້ປັນຍາປະດິດ, ການກະທຳເພື່ອດິນຟ້າອາກາດ… ອາຊຽນ ຊຸກຍູ້ຄວາມສາມັກຄີ ແລະ ການຮ່ວມມືພາຍໃນກຸ່ມ, ພ້ອມທັງຊຸກຍູ້ການພົວພັນຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ກັບບັນດາຄູ່ຮ່ວມມືພາຍນອກ.
ຫວຽດນາມ ພ້ອມແລ້ວທີ່ຈະ ເປັນເຈົ້າການໃນການປະກອບສ່ວນໃຫ້ຫຼາຍກ່ວາອີກ
ພາຍຫຼັງໄລຍະ ສາມທົດສະວັດທີ່ເຂົ້າຮ່ວມ ອາຊຽນ, ຫວຽດນາມ ສືບຕໍ່ເຂົ້າຮ່ວມບົນຈິດໃຈພ້ອມແລ້ວທີ່ຈະ ເປັນເຈົ້າການໃນການປະກອບສ່ວນ ໃຫ້ແກ່ວຽກງານລວມຫຼາຍກ່ວາອີກ. ດ້ວຍຖານະບົດບາດແມ່ນປະທານກຸ່ມຮັບຜິດຊອບຂໍ້ລິເລີ່ມ ການເຊື່ອມໂຍງຂອງ ອາຊຽນ (IAI) ໃນປີນີ້, ຫວຽດນາມ ສືບຕໍ່ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງຕົນຕໍ່ກັບ
ໃນປີ 2025 ເວທີປາໄສອະນາຄົດ ອາຊຽນ ໂດຍ ຫວຽດນາມ ຈັດຂຶ້ນ ໄດ້ສ້າງເປັນເວທີປາໄສໃຫ້ແກ່ບັນດາການນຳປຶກສາຫາລືກ່ຽວກັບອະນາຄົດຂອງ ອາຊຽນ. ບັນດາຂໍ້ລິເລີ່ມນີ້ ກໍ່ຈະປະກອບສ່ວນເຂົ້າໃນການປະຕິບັດວິໄສທັດ ປະຊາຄົມ ອາຊຽນ 2045. ມາເລເຊຍ ຫວັງວ່າ ເວທີປາໄສໄດ້ຮັບການຈະສືບຕໍ່ ຍ້ອນວ່າ ນີ້ແມ່ນພື້ນຖານເຕົ້າໂຮມບັນດາການນຳ ອາຊຽນ, ແບ່ງປັນວິໄສທັດຂອງບັນດາການນຳ ອາຊຽນ. ຂ້າພະເຈົ້າຄິດວ່າ ຫວຽດນາມ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ ອາຊຽນ ໃນຕະຫຼອດໄລຍະ 30 ປີຜ່ານມາ ແລະ ແນ່ນອນວ່າ ຫວຽດນາມ ຈະສາມາດນຳມາເຊິ່ງຜົນປະໂຫຍດຫຼາຍກ່ວາອີກໃຫ້ແກ່ ອາຊຽນ.
ບັນດາຄວາມມານະພະຍາຍາມປະກອບສ່ວນຂອງ ຫວຽດນາມ ກໍ່ໄດ້ຮັບການຮັບຮູ້ຈາກທ່ານ Kao Kim Houn ເລຂາທິການໃຫຍ່ ອາຊຽນ ASEAN. ທ່ານໃຫ້ຮູ້ວ່າ:
ກຳລັງແຮງຂອງສະມາຄົມຈະໄດ້ຮັບການຮັກສາກໍ່ຕໍ່ເມື່ອແຕ່ລະປະເທດ ສາມະຊິກມີການພັດທະນາຢ່າງແຮງ ແລະ ສືບຕໍ່ໃຫ້ຄຳໝັ້ນສັນຍາສ້າງປະຊາຄົມໃນພາກພື້ນ. ໃນສະພາບການ ອາຊຽນ ຮັບຮອງເອົາວິໄສທັດປະຊາຄົມ ອາຊຽນ 2045 ປີນີ້, ບົດບາດນຳພາ ແລະ ຕັ້ງໜ້າຂອງ ຫວຽດນາມ ຈະສືບຕໍ່ສວມບົດບາດຫຼັກແຫຼ່ງໃນການກຳນົດອະນາຄົດ ລວມຂອງ ອາຊຽນ.
ພ້ອມກັບບັນດາປະເທດປັບປຸງຄວາມສາມັກຄີ, ຄວາມເປັນເອກະພາບຂອງ ອາຊຽນ ໃນສະພາບການຜັນແປໂດຍໄວ ແລະ ສັບສົນຄືໃນປັດຈຸບັນ, ການຢັ້ງຢືນຂອບຂະໜາດຂອງ ອາຊຽນ ໃນພາກພື້ນ ແລະ ໂລກ, ມຸ່ງໄປເຖິງປະຊາຄົມ ອາຊຽນ ເຊື່ອມຕໍ່ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ດີກ່ວາ… ຍາມໃດກໍ່ແມ່ນຄວາມມານະພະຍາຍາມ ແລະ ທິດນຳຂອງ ຫວຽດນາມ ຢູ່ກອງປະຊຸມຄັ້ງນີ້, ກໍ່ຄືໃນການຮ່ວມມື ອາຊຽນ ເວົ້າລວມ. ການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງຢູ່ກອງປະຊຸມຂັ້ນສູງ ອາຊຽນ 47 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນຫຼາຍກ່ວາອີກ ແລະ ເປັນເຈົ້າການກ່ວາອີກໃຫ້ແກ່ການເຕີບໂຕເຂັ້ມແຂງຂອງ ອາຊຽນ.







