• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ນະ​ໂຍ​ບາຍ​ພາ​ສີ​ຈາກ ອາ​ເມ​ລິ​ກາ

ໃນການຖະແຫຼງຂ່າວລັດຖະບານປະຈຳເດືອນ ກຸມພາ 2025 ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 05 ກຸມພາ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຊິງເຍີດເຕິນ ໄດ້ແບ່ງປັນກ່ຽວກັບຜົນກະທົບຂອງນະໂຍບາຍການຄ້າຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ສຳລັບບາງຂະແໜງສິນຄ້າສົ່ງອອກຂອງ ຫວຽດນາມ.
ການຖະແຫຼງຂ່າວລັດຖະບານປະຈຳເດືອນ ກຸມພາ 2025 (ພາບ:VGP)

ຕາມທ່ານຮອງລັດຖະມົນຕີ ຫງວຽນຊິງເຍີດເຕີນ ແລ້ວ, ໄລ່ຮອດປັດຈຸບັນ, ທ່ານປະທານາທິບໍດີ ອາເມລິກາ ໄດ້ມີນະໂຍບາຍຈໍານວນໜຶ່ງ, ພິເສດແມ່ນກ່ຽວຂ້ອງເຖິງບັນຫາຈັດວາງອັດຕາພາສີສຳລັບທຸກປະເພດສິນຄ້າໃນໂລກ, ແຕ່ພ້ອມດຽວກັນນັ້ນ ກໍມີບາງປະເພດສິນຄ້າມີອັດຕາພາສີທີ່ແຕກຕ່າງກັນ ແລະ ການຈັດວາງອັດຕາພາສີຕໍ່ບັນດາປະເທດແມ່ນແຕກຕ່າງກັນ. ລັດຖະບານ ຫວຽດນາມ ໄດ້ເປັນເຈົ້າການຄາດຄະເນສະພາບການ ແລະ ສະເໜີບັນດາມາດຕະການຮັບມື.

 ຫວຽດນາມ ບໍ່ຢູ່ນອກເໜືອຈາກນັ້ນ ແລະ ຖືກຜົນກະທົບຈາກນະໂຍບາຍດັ່ງກ່າວ. ແຕ່ເຖິງແນວນັ້ນກໍຕາມ, ພວກເຮົາຍັງບໍ່ແມ່ນປະເທດທີ່ຖືກຜົນກະທົບຢ່າງໜັກໜ່ວງ. ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສົມທົບກັບບັນດາກະຊວງ, ຂະແໜງການຢ່າງທັນການ ແລະ ບັນດາກະຊວງ, ຂະແໜງການກໍ່ໄດ້ພ້ອມກັນເປັນເຈົ້າການເຮັດບົດລາຍງານສັງລວມ, ບົດລາຍການສະເພາະເພື່ອຍື່ນສະເໜີຕໍ່ລັດຖະບານ. ຄາດວ່າ ໃນເດືອນ ມີນາ, ລັດຖະບານ ຈະໂຮມປະຊຸມປຶກສາຫາລືຫົວເລື່ອງ ໂດຍສຸມໃສ່ບັນດາມາດຕະການ”.

ຕາມການຄາດຄະເນແລ້ວ, ອາທິດຈະມາເຖິງ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຈະໄປພົບປະກັບທ່ານໜ້າອົງການຕາງໜ້າການຄ້າ ອາເມລິກາ ເພື່ອແລກປ່ຽນ ແລະ ເຊື່ອມຕໍ່ການພົວພັນອັນດີງາມລະຫວ່າງ ຫວຽດນາມ ແລະ ອາເມລິກາ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ປະ​ທານ​ການ​ເຮັດ​ວຽກ​ກ່ຽວ​ກັບ​ການ​ວາງ​ແຜນ​ຜັງ​ສັງ​ລວມ​ນະ​ຄອນ​ຫຼວງ ​ຮ່າ​ໂນ້ຍ ວີ​ໄສ​ທັດ​ 100 ປີ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ປະ​ທານ​ການ​ເຮັດ​ວຽກ​ກ່ຽວ​ກັບ​ການ​ວາງ​ແຜນ​ຜັງ​ສັງ​ລວມ​ນະ​ຄອນ​ຫຼວງ ​ຮ່າ​ໂນ້ຍ ວີ​ໄສ​ທັດ​ 100 ປີ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ ປັດຊະຍາຂອງການວາງແຜນກຳນົດແມ່ນຖືມະນຸດເປັນໃຈກາງ, ເຈົ້າຂອງ; ຕົວເມືອງແຫ່ງຄວາມຮັ່ງມີ, ສີວິໄລ, ຄວາມຈະເລີນຮຸ່ງເຮືອງ, ສີສັນ, ທັນສະໄໝ ແລະ ວິໄສທັດ 100 ປີ.

Top