• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ: ການ​ເລືອກ​ຕັ້ງ​ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ

ພາຍໃຕ້ການຊີ້ນຳນຳພາຢ່າງໝັ້ນແກ່ນຂອງພັກ ດ້ວຍການຮ່ວມແຮງຮ່ວມໃຈຂອງປະຊາຊົນຫວຽດນາມ ໝົດທຸກຄົນ, ການເລືອກຕັ້ງຂອງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນປະສົບຜົນສຳເລັດຢ່າງຈົບງາມ.
  ທ່ານສາດສະດາຈານ Zhu Zhenming ສະຖາບັນຄົ້ນຄ້ວາອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ (ພາບ: TTXVN)  

ໂດຍຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ຈີນ, ທ່ານສາດສະດາຈານ Zhu Zhenming ສະຖາບັນຄົ້ນຄ້ວາອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ (ຄຸນໝິງ, ຈີນ), ໃຫ້ຮູ້ວາ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ແມ່ນສັນຍາລັກຢ່າງມີຊີວິດຊີວາ ຂອງເລື່ອງປະຊາຊົນ ຫວຽດນາມ ປະຕິບັດສິດເປັນເຈົ້າ ແລະ ເຂົ້າຮ່ວມຊີວິດດ້ານການເມືອງຂອງປະເທດຊາດ. ບັນດາສະມາຊິກມີມາດຖານຄົບຖ້ວນ ແລະ ຜູ້ມີສິດເລືອກຕັ້ງໄວ້ວາງໃຈເລືອກເອົາເຂົ້າຮ່ວມວິວັດການຄັດເລືອກການນຳຫຼັກແຫຼ່ງຂອງປະເທດຊາດ, ຜ່ານນັ້ນແບກຫາບບົດບາດໜ້າທີ່ຍິ່ງໃຫຍ່ຂອງປະເທດາດ ແລະ ປະຊາຊົນ.

ທ່ານສາດສະດາຈານ Zhu Zhenming ຖືວ່າໃນໄລຍະຜ່ານມາ, ພັກ ແລະ ລັດ ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍມາດຕະການປະຕິຮູບສຳຄັນ, ຄືປັບປຸງຫົວໜ່ວຍບໍລິຫານ, ໝູນໃຊ້ຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ ແລະ ເຮັດໃຫ້ກົງຈັກບໍລິຫານກະທັດລັດລົງ. ໃນສະພາບການນັ້ນ, ການຊີ້ນຳທີ່ມີຈຸດສຸມ, ເປັນເອກະພາບຂອງຄະນະບໍລິຫານງານສູນກາງພັກ, ການປະສານສົມທົບຢ່າງແໜ້ນແຟ້ນລະຫວ່າງອຳນາດການປົກຄອງສູນກາງ ແລະ ທ້ອງຖິ່ນ, ລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທຸກຂັ້ນ, ພ້ອມກັບການຮ່ວມແຮງຮ່ວມໃຈຂອງປະຊາຊົນ ໄດ້ປະກອບສ່ວນຮັບປະກັນວຽກງານເລືອກຕັ້ງ ດຳເນີນຢ່າງມີຄວາມເປັນລະບຽບຮຽບຮ້ອຍ, ປະສິດທິພົນ.

ທ່າດສາດສະດາຈານ Zhu Zhenming ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຢ່າງໝັ້ນແກ່ນຂອງພັກ ດ້ວຍການຮ່ວມແຮງຮ່ວມໃຈຂອງປະຊາຊົນຫວຽດນາມ ໝົດທຸກຄົນ, ການເລືອກຕັ້ງຂອງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນປະສົບຜົນສຳເລັດຢ່າງຈົບງາມ.

(ແຫຼ່ງຄັດຈາກ VOV)

ກຳ​ລັງ​ເສ​ນາ​ຮັກ ຫວຽດ​ນາມ ແລະ ຈີນ ກວດ, ປິ່ນ​ປົ່ວ​ພະ​ຍາດ​ໃຫ້​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ

ກຳ​ລັງ​ເສ​ນາ​ຮັກ ຫວຽດ​ນາມ ແລະ ຈີນ ກວດ, ປິ່ນ​ປົ່ວ​ພະ​ຍາດ​ໃຫ້​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ

ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍດ້ານການເມືອງ, ສັງຄົມ ແລະ ມະນຸດສະທຳອັນສູງສົ່ງ ເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນຕໍ່ການອຸ້ມຊູຊ່ວຍເຫຼືອຂອງປະຊາຊົນ, ອຳນາດການປົກຄອງທ້ອງຖິ່ນທີ່ມີຕໍ່ກອງທັບສອງປະເທດ. ການເຄື່ອນໄຫວນີ້ຈະປະກອບສ່ວນຍົກສູງນ້ຳໃຈຄວາມສາມັກຄີມິດຕະພາບຂອງປະຊາຊົນ, ກອງທັບສອງປະເທດເວົ້າລວມ ແລະ ກຳລັງເສນາຮັກເວົ້າສະເພາະ.

Top