• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ ອາ​ຊຽນ - ສ.ເກົາຫຼີ ຄັ້ງ​ທີ 28

ທ່ານ ຮອງລັດຖະມົນຕີການຕ່າງປະເທດ ໂດຮູງຫວຽດ ໄດ້ສະເໜີສຸມໃສ່ບຸລິມະສິດແຫຼ່ງກຳລັງ ໃຫ້ແກ່ການພັດທະນາພື້ນຖານໂຄງລ່າງດີຈີຕອນ, ໝູນໃຊ້ພື້ນຖານດີຈີຕອນ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ຮັດແຄບໄລຍະຫ່າງດີຈີຕອນ, ພັດທະນາເສດຖະກິດດີຈີຕອນ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດຫາກໍ່ພົ້ນເດັ່ນຂຶ້ນ.
ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດຮູງຫວຽດ ຫົວໜ້າຄະນະ SOM ຫວຽດນາມ (ພາບ: ກະຊວງການຕ່າງປະເທດ)

ວັນທີ 4 ເມສາ, ຢູ່ ເຊີອູນ, ສ.ເກົາຫຼີ ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດຮູງຫວຽດ ຫົວໜ້າຄະນະ SOM ຫວຽດນາມ ພ້ອມກັບຄະນະ SOM ສ.ເກົາຫຼີ Chung Byung-won ໄດ້ເປັນປະທານຮ່ວມບໍລິຫານການໂອ້ລົມສົນທະນາ ອາຊຽນ - ສ.ເກົາຫຼີ ປະຈຳປີ ຄັ້ງທີ 28, ພ້ອມກັບການເຂົ້າຮ່ວມຂອງ ຫົວໜ້າຄະນະ SOM ບັນດາປະເທດ ອາຊຽນ ແລະ ຮອງເລຂາທິການໃຫຍ່ ອາຊຽນ.

ທີ່ກອງປະຊຸມ, ໂດຍຕາງໜ້າ ອາຊຽນ ກ່າວຄຳເຫັນກ່ຽວກັບຫົວຂໍ້ ວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ, ທ່ານ ໂດຮູງຫວຽດ ໄດ້ສະເໜີສຸມໃສ່ບຸລິມະສິດແຫຼ່ງກຳລັງ ໃຫ້ແກ່ການພັດທະນາພື້ນຖານໂຄງລ່າງດີຈີຕອນ, ໝູນໃຊ້ພື້ນຖານດີຈີຕອນ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ຮັດແຄບໄລຍະຫ່າງດີຈີຕອນ, ພັດທະນາເສດຖະກິດດີຈີຕອນ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດຫາກໍ່ພົ້ນເດັ່ນຂຶ້ນ. ໂດຍກະກຽມເລື່ອງມອບບົດບາດປະສານງານການພົວພັນ ອາຊຽນ - ສ.ເກົາຫຼີໃຫ້ແກ່ໄທ ຢູ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ສ.ເກົາຫຼີ ເດືອນກໍລະກົດ 2024, ທ່ານຮອງລັດຖະມົນຕີ ໂດຮຸ່ງ ຫວຽດ ຢັ້ງຢືນ ວ່າ ຫວຽດນາມ ຈະສົມທົບກັບໄທຢ່າງແໜ້ນແຟ້ນ ໃນວິວັດທະນາການນີ້, ຮັບປະກັນການເຊື່ອມຕໍ່ ແລະ ມານະພະຍາຍາມຊຸກຍູ້ເລື່ອງນຳການພົວພັນ ອາຊຽນ - ສ.ເກົາຫຼີຂຶ້ນສູ່ລະດັບສູງໃໝ່.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top