• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຮຽກ​ຮ້ອງໃຫ້​ມີວິ​ທີກ​ານ​ສຳ​ຜັດ​ກ່ຽວ​ກັບ​ການ​ຄວບ​ຄຸມ​ຂີ້​ເຫຍື້ອ​ແບບ​ຍືນ​ຍົງ​ຢ່າງ​ຮອບ​ດ້ານ, ທົ່ວ​ສັງ​ຄົມ

ວາລະກອງປະຊຸມມີການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່ ສປຊ Antonio Guterres ແລະ ຜູ້ຕາງໜ້າບັນດາອົງການວິຊາການຂອງ ສປຊ ແລະ ບັນດາປະເທດສະມາຊິກ ສປຊ.
ທ່ານນາງ ເລທິມິງຮວາ ອັກຄະລັດຖະທູດ ທີ່ປຶກສາຝ່າຍການ ຕ່າງປະເທດ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: TTXVN)

ວັນທີ 30 ມີນາ, ສະມັດຊາໃຫຍ່ ສປຊ ໄດ້ຈັດກອງປະຊຸມກ່ຽວກັບການ “ບໍ່ມີຂີ້ເຫຍື້ອ - ມາດຕະການແກ້ໄຂທີ່ບຸກທະລຸ ເພື່ອບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ”, ຢູ່ນິວຢອກ, ປະເທດອາເມລິກາ. ວາລະກອງປະຊຸມມີການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່ ສປຊ Antonio Guterres ແລະ ຜູ້ຕາງໜ້າບັນດາອົງການວິຊາການຂອງ ສປຊ ແລະ ບັນດາປະເທດສະມາຊິກ ສປຊ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເລທິມິງຮວາ ອັກຄະລັດຖະທູດ ທີ່ປຶກສາຝ່າຍການ ຕ່າງປະເທດຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ເນັ້ນໜັກວ່າ ຫວຽດນາມມີການຮັບຮູ້ຢ່າງຈະແຈ້ງວ່າ ການບໍ່ມີຂີ້ເຫຍື້ອແມ່ນມາດຕະການຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ເພື່ອບັນລຸໄດ້ເປົ້າໝາຍ “ບໍ່ມີຂີ້ເຫຍື້ອ”, ຕ້ອງມີວິທີການສຳຜັດຢ່າງຮອບດ້ານ, ທົ່ວສັງຄົມ ດ້ວຍການເຂົ້າຮ່ວມຂອງທຸກພາກສ່ວນໃນສັງຄົມ, ຍົກສູງຄວາມຮັບຮູ້ຂອງຜູ້ຜະລິດ ແລະ ຜູ້ຊົມໃຊ້ກ່ຽວກັບບັນຫາຂີ້ເຫຍື້ອ, ສົ່ງເສີມປະຊາຊົນກໍ່ສ້າງວິຖີດຳລົງຊີວິດທີ່ເປັນມິດກັບສິ່ງແວດລ້ອມ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top