ຂ່າວສານ
ຫວຽດນາມ - ອິນໂດເນເຊຍ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ; ສອງຝ່າຍອອກຖະແຫຼງການຮ່ວມ
ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານາທິບໍດີ Prabowo Subianto ເຫັນດີເປີດກວ້າງ ແລະ ເຮັດໃຫ້ການຮ່ວມມືດ້ານເສດຖະກິດເລິກເຊິ່ງກວ່າອີກ; ສູ້ຊົນບັນລຸວົງເງິນການຄ້າສອງຝ່າຍບັນລຸ 18 ຕື້ USD ຕາມທິດດຸ່ນດ່ຽງ; ຊຸກຍູ້ການຮ່ວມມືດ້ານກະສິກຳ ແລະ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ; ສົ່ງເສີມ, ອຳນວຍຄວາມສະດວກໃຫ້ແກ່ວິສາຫະກິດສອງປະເທດລົງທຶນເຂົ້າຕະຫຼາດຂອງກັນ.
ສອງຝ່າຍກໍເຫັນດີເປີດກວ້າງການຮ່ວມມືກ່ຽວກັບວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ເຕັກໂນໂລຢີຂໍ້ມູນຂ່າວສານ, ມຸ່ງໄປເຖິງການສ້າງການພົວພັນຄູ່ຮ່ວມມືດີຈີຕອນ, ເສດຖະກິດດີຈີຕອນ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດໃໝ່.
ການນຳສອງທ່ານກໍຢັ້ງຢືນຄວາມປາດຖະໜາຂອງສອງປະເທດຈະສົມທົບກັນຢ່າງແໜ້ນແຟ້ນກວ່າໃນ ອາຊຽນ, ເພື່ອພ້ອມກັນສ້າງ ອາຊຽນ ທີ່ເຂັ້ມແຂງ, ເສີມຂະຫຍາຍບົດບາດເປັນໃຈກາງ, ປັບປຸງຄວາມສາມັກຄີພາຍໃນກຸ່ມ.
ໃນການຖະແຫຼງຂ່າວພາຍຫຼັງການພົບປະສອງຝ່າຍ, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ:
“ເລື່ອງ ຫວຽດນາມ ແລະ ອິນໂດເນເຊຍ ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແມ່ນຂີດໝາຍປະຫວັດສາດ, ເປີດກວ້າງສັງກາດໃໝ່ໃຫ້ແກ່ການຮ່ວມມືລະຫວ່າງສອງປະເທດໃນທຸກຊ່ອງທາງ, ບັນດາຂົງເຂດ, ນຳການພົວພັນໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກກພື້ນ ແລະ ໃນໂລກ”.
ສ່ວນທ່ານປະທານາທິບໍດີ ອິນໂດເນເຊຍ Prabowo Subianto ໃຫ້ຮູ້ວ່າ ຈະມາຢ້ຽມຢາມ ຫວຽດນາມ ໃນໄວໆນີ້, ຊົມເຊີຍບັນດາວາລະປຶກສາຫາລື, ຂໍ້ຕົກລົງທີ່ໄດ້ລົງນາມ ແລະ ປາດຖະໜາວ່າ ບັນດາຂໍ້ຕົກລົງຮ່ວມມືນັ້ນ ຈະນຳມາເຊິ່ງປະສິດທິຜົນທີ່ແທດຈິງ, ປະກອບສ່ວນພັດທະນາເສດຖະກິດ - ສັງຄົມສອງປະເທດ.
ເນື່ອງໃນໂອກາດນີ້, 2 ຝ່າຍ ໄດ້ອອກຖະແຫຼງການຮ່ວມ, ໃນນັ້ນ ເນັ້ນໜັກເຖິງເລື່ອງເພີ່ມທະວີການພົວພັນສອງຝ່າຍ; ໃຫ້ຄຳໝັ້ນສັນຍາເຮັດໃຫ້ການຮ່ວມມືໃນທຸກຊ່ອງທາງມີຄວາມເລິກເຊິ່ງກວ່າເກົ່າ; ຮ່ວມມື ແລະ ສົມທົບກັນແກ້ໄຂບັນດາສິ່ງທ້າທາຍໃນທົ່ວໂລກ ບົນພື້ນຖານເຄົາລົບກົດໝາຍສາກົນ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ເປັນເອກະລາດການເມືອງ; ຊຸກຍູ້ ອາຊຽນ ສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເສີມຂະຫຍາຍບົດບາດເປັນໃຈກາງ ແລະ ກວມລວມ. ສອງຝ່າຍກໍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ.