ທີ່ການພົບປະ, ສອງຝ່າຍໄດ້ເຫັນດີເປັນເອກະພາບເປີດກວ້າງການຮ່ວມມືສອງຝ່າຍ ໃນບັນດາເສົາຄ້ຳການເມືອງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ເສດຖະກິດ - ການຄ້າ - ການລົງທຶນ, ກະສິກຳ, ວັດທະນະທຳ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ, ເຫັນດີເປັນເອກະພາບຊຸກຍູ້ການຄ້າ ແລະ ການລົງທຶນສອງສົ້ນໃຫ້ຫຼາຍກ່ວາອີກ, ມຸ່ງໄປເຖິງເປົ້າໝາຍນຳວົງເງິນການຄ້າສອງສົ້ນບັນລຸ 20 ຕື້ USD ໃນໄລຍະຈະມາເຖິງ, ຜັນຂະຫຍາຍບັນດາມາດຕະການຢ່າງແຮງເພື່ອແນໃສ່ເປີດປະຕູການຕະຫຼາດໃຫ້ຫຼາຍກ່ວາອີກ, ເພີ່ມທະວີການຮ່ວມມືດ້ານກະສິກຳ - ຂົງເຂດທີ່ສອງເທດມີຫຼາຍຈຸດທີ່ຄ້າຍຄືກັນ, ຊຸກຍູ້ການຮ່ວມມືດ້ານວັດທະນະທ, ການທ່ອງທ່ຽວ, ເພີ່ມບັນດາ tour ທ່ອງທ່ຽວ, ຜະລິດຕະພັນທ່ອງທ່ຽວ ແລະ ເຊື່ອມຕໍ່ການບິນລະຫວ່າງສອງປະເທດ. ທ່ານຮອງປະທານສະພາແຫ່ງຊາດ ຮຽກຮ້ອງໃຫ້ບັນດາກຸ່ມບໍລິສັດໃຫຍ່ຂອງ ອິນເດຍມາລົງທຶນຢູ່ ຫວຽດນາມໃນບັນດາຂົງເຂດ, ພິເສດແມ່ນພື້ນຖານໂຄງລ່າງຍຸດທະສາດ, ພື້ນຖານໂຄງລ່າງດີຈີຕອນ, ເຕັກໂນໂລຢີສູງ. ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດ, ແບ່ງປັນບົດຮຽນປະສົບການກ່ຽວກັບການຫັນເປັນດີຈີຕອນ, ສ້າງສະພາແຫ່ງຊາດດີຈີຕອນ, ຍູ້ແຮງການນຳໃຊ້ເຕັກໂນໂລຢີ ແລະ ຫັນເປັນດີຈີຕອນ ໃນການຍົກສູງການເຄື່ອນໄຫວຂອງສະພາແຫ່ງຊາດຢ່າງມີປະສິດທິຜົນ.