ຂ່າວສານ
ຫວຽດນາມ ສະໜັບສະໜູນເພີ່ມທະວີການຮ່ວມມືລະຫວ່າງ SCO ກັບບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ
“ຫວຽດນາມ ສະໜັບສະໜູນເພີ່ມທະວີການຮ່ວມມືລະຫວ່າງ SCO ກັບບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ”. ສິ່ງດັ່ງກ່າວໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກໃນບົດກ່າວປາໄສເມື່ອຕອນບ່າຍວັນທີ 1 ກັນຍາ ຢູ່ກອງປະຊຸມສຸດຍອດອົງການຮ່ວມມື ຊຽງໄຮ້ (SCO) ເປີດກວ້າງ ທີ່ດຳເນີນຢູ່ ທຽນຈີນ, ປະເທດຈີນ. ໃນບົດກ່າວປາໄສຂອງຕົນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຕີລາຄາສູງບົດບາດ ແລະ ສະໜັບສະໜູນການເພີ່ມທະວີການຮ່ວມມືລະຫວ່າງ SCO ກັບບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ, ພິເສດແມ່ນກັບ ອາຊຽນ ເພື່ອແນໃສ່ປັບປຸງບົດບາດເປັນໃຈກາງຂອງ ອາຊຽນ ໃນໂຄງສ້າງພາກພື້ນພວມໄດ້ຮັບການກຳນົດທິດ.
ທ່ານນາຍົກລັດຖະມົນຕີ ສະເໜີ 3 ມາດຕະການ, ລວມມີ: ຍູ້ແຮງລັດທິຫຼາຍຝ່າຍ, ສາມັກຄີ ແລະ ຮ່ວມມືສາກົນໃນການແກ້ໄຂບັນດາສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ກໍຄື ແບບໃໝ່; ເພີ່ມທະວີການລະດົມແຫຼ່ງກຳລັງໜູນແກ່ການພັດທະນາ ແລະ ຍົກສູງກຳລັງຄວາມສາມາດຄຸ້ມຄອງທົ່ວໂລກ; ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ມີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ຮ່ວມມືພ້ອມກັນມີຜົນປະໂຫຍດ... ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ:
“ຫວຽດນາມ ສືບຕໍ່ປະຕິບັດສະເໝີຕົ້ນສະເໝີປາຍແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ; ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ; ເປັນເພື່ອນທີ່ດີ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ; ສະມາຊິກທີ່ມີຄວາມຮັບຜິດຊອຍຂອງປະຊາຄົມສາກົນ; ຢຶດໝັ້ນນະໂຍບາຍປ້ອງກັນຊາດ “ 4 ບໍ່”. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ, ຫວຽດນາມ ຈະສືບຕໍ່ຮ່ວມມືກັບບັນດາປະເທດສະມາຊິກ ແລະ ຄູ່ຮ່ວມມືຂອງອົງການຮ່ວມມືຊຽງໄຮ້ ແລະ ເພື່ອນມິດ, ຄູ່ຮ່ວມມືສາກົນຢ່າງແໜ້ນແຟ້ນ, ມີປະສິດທິຜົນ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ຮ່ວມມື ແລະ ພັດທະນາຢູ່ພາກພື້ນ ອາຊີ - ປາຊີຟິກ”.
ເນື່ອງໃນໂອກາດນີ້, ຕອນບ່າຍວັນທີ 1 ກັນຍາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານປະທານາທິບໍດີ ມົງໂກນ Ukhnaa Khurelsukh; ທ່ານນາຍົກລັດຖະມົນຕີ ປາກິດສະຖານ Shehbaz Sharif; ທ່ານປະທານາທິບໍດີ ກຽກກີສະຖານ Sadyr Japarov ແລະ ທ່ານເລຂາທິການໃຫຍ່ SCO Nurlan Yermekbayev.
ຮອດຕອນຄ່ຳວັນທີ 1 ກັນຍາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງມາຮອດສະໜາມບິນໂນ້ຍບ່າຍ, ຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ SCO ປີ 2025 ແລະ ເຮັດວຽກຢູ່ ຈີນ ແຕ່ວັນທີ 31 ສິງຫາ - 01 ກັນຍາ ຢ່າງຈົບງາມ.