ຂ່າວສານ

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ SCO ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ພາກ​ພື້ນ

ທ່ານນາຍົກລັດຖະມົນຕີ ສະເໜີ 3 ມາດຕະການ, ລວມມີ: ຍູ້ແຮງລັດທິຫຼາຍຝ່າຍ, ສາມັກຄີ ແລະ ຮ່ວມມືສາກົນໃນການແກ້ໄຂບັນດາສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ກໍຄື ແບບໃໝ່; ເພີ່ມທະວີການລະດົມແຫຼ່ງກຳລັງໜູນແກ່ການພັດທະນາ ແລະ ຍົກສູງກຳລັງຄວາມສາມາດຄຸ້ມຄອງທົ່ວໂລກ; ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ມີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ຮ່ວມມືພ້ອມກັນມີຜົນປະໂຫຍດ...
ບັນຍາກາດຂອງກອງປະຊຸມ (ພາບ: TTXVN)

“ຫວຽດນາມ ສະໜັບສະໜູນເພີ່ມທະວີການຮ່ວມມືລະຫວ່າງ SCO  ກັບບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ”. ສິ່ງດັ່ງກ່າວໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກໃນບົດກ່າວປາໄສເມື່ອຕອນບ່າຍວັນທີ 1 ກັນຍາ ຢູ່ກອງປະຊຸມສຸດຍອດອົງການຮ່ວມມື ຊຽງໄຮ້ (SCO) ເປີດກວ້າງ ທີ່ດຳເນີນຢູ່ ທຽນຈີນ, ປະເທດຈີນ. ໃນບົດກ່າວປາໄສຂອງຕົນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຕີລາຄາສູງບົດບາດ ແລະ ສະໜັບສະໜູນການເພີ່ມທະວີການຮ່ວມມືລະຫວ່າງ SCO ກັບບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ, ພິເສດແມ່ນກັບ ອາຊຽນ ເພື່ອແນໃສ່ປັບປຸງບົດບາດເປັນໃຈກາງຂອງ ອາຊຽນ ໃນໂຄງສ້າງພາກພື້ນພວມໄດ້ຮັບການກຳນົດທິດ.

ທ່ານນາຍົກລັດຖະມົນຕີ ສະເໜີ 3 ມາດຕະການ, ລວມມີ: ຍູ້ແຮງລັດທິຫຼາຍຝ່າຍ, ສາມັກຄີ ແລະ ຮ່ວມມືສາກົນໃນການແກ້ໄຂບັນດາສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ກໍຄື ແບບໃໝ່; ເພີ່ມທະວີການລະດົມແຫຼ່ງກຳລັງໜູນແກ່ການພັດທະນາ ແລະ ຍົກສູງກຳລັງຄວາມສາມາດຄຸ້ມຄອງທົ່ວໂລກ; ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ມີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ຮ່ວມມືພ້ອມກັນມີຜົນປະໂຫຍດ... ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ:

ຫວຽດນາມ ສືບຕໍ່ປະຕິບັດສະເໝີຕົ້ນສະເໝີປາຍແນວທາງພົວພັນຕ່າງປະເທດເອກະລາດເປັນເຈົ້າຕົນເອງສັນຕິພາບມິດຕະພາບຮ່ວມມື ແລະ ພັດທະນາຫັນການພົພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບຫຼາຍຝ່າຍເປັນເພື່ອນທີ່ດີເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈສະມາຊິກທີ່ມີຄວາມຮັບຜິດຊອຍຂອງປະຊາຄົມສາກົນຢຶດໝັ້ນນະໂຍບາຍປ້ອງກັນຊາດ “ 4 ບໍ່”. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າຫວຽດນາມ ຈະສືບຕໍ່ຮ່ວມມືກັບບັນດາປະເທດສະມາຊິກ ແລະ ຄູ່ຮ່ວມມືຂອງອົງການຮ່ວມມືຊຽງໄຮ້ ແລະ ເພື່ອນມິດຄູ່ຮ່ວມມືສາກົນຢ່າງແໜ້ນແຟ້ນມີປະສິດທິຜົນປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບຮ່ວມມື ແລະ ພັດທະນາຢູ່ພາກພື້ນ ອາຊີ - ປາຊີຟິກ”.

ເນື່ອງໃນໂອກາດນີ້, ຕອນບ່າຍວັນທີ 1 ກັນຍາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານປະທານາທິບໍດີ ມົງໂກນ Ukhnaa Khurelsukh; ທ່ານນາຍົກລັດຖະມົນຕີ ປາກິດສະຖານ Shehbaz Sharif;  ທ່ານປະທານາທິບໍດີ ກຽກກີສະຖານ Sadyr Japarov ແລະ ທ່ານເລຂາທິການໃຫຍ່ SCO Nurlan Yermekbayev.

ຮອດຕອນຄ່ຳວັນທີ 1 ກັນຍາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງມາຮອດສະໜາມບິນໂນ້ຍບ່າຍ, ຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ SCO ປີ 2025 ແລະ ເຮັດວຽກຢູ່ ຈີນ ແຕ່ວັນທີ 31 ສິງຫາ - 01 ກັນຍາ ຢ່າງຈົບງາມ.


top