ຕາມທ່ານເອກອັກຄະລັດຖະທູດແລ້ວ, ອົດສະຕາລີ ມີຄວາມປະຕິຊົມຊື່ນ ທີ່ໄດ້ໃຫ້ການໜູນຊ່ວຍຈັດເວທີປາໄສ ນັບແຕ່ຫົວທີ (ເມື່ອປີ 2024) ແລະ ເຫັນບົດບາດຂອງ ຫວຽດນາມ ນັບມື້ນັບພົ້ນເດັ່ນຂຶ້ນ ນັບທັງໃນລະດັບພາກພື້ນ ແລະ ສາກົນ. ອົດສະຕາລີ ດີໃຈເມື່ອເຫັນ ຫວຽດນາມ, ປະເທດຄູ່ຮ່ວມມືທີ່ສຳຄັນຂອງ ອົດສະຕາລີ ແລະ ແມ່ນປະເທດຫຼັກແຫຼ່ງໃນພາກພື້ນ ພວມບືນຕົວຂຶ້ນ ຮັບດຳລົງບົດບາດນຳພາທີ່ນັບມື້ນັບຍິ່ງໃຫຍ່ຂຶ້ນ. ເວທີປາໄສອະນາຄົດ ອາຊຽນ ແມ່ນພະຍານຫຼັກຖານທີ່ພົ້ນເດັ່ນໃຫ້ແກ່ບົດບາດນຳພານັ້ນ. ສິ່ງດັ່ງກ່າວແມ່ນມີຄວາມສຳຄັນຫຼາຍສຳລັບ ອົດສະຕາລີ, ເພາະວ່າ ອົດສະຕາລີ ກໍຄືກັນກັບ ຫວຽດນາມ, ລ້ວນແຕ່ສະໜັບສະໜູນລັດທິຫຼາຍຝ່າຍ, ສະໜັບສະໜູນ ສປຊ ແລະ ການສ້າງຄວາມເປັນລະບຽບຮຽບຮ້ອຍບົນພື້ນຖານຂອງກົົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS).
ເມື່ອຕີລາຄາກ່ຽວກັບບົດບາດຂອງ ອາຊຽນ ໃນການຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ໃນສະພາບການສາກົນທີ່ສັບສົນຄືປັດຈຸບັນ, ທ່ານເອກອັກຄະລັດຖະທູດ Gillian Bird ຖືວ່າ ອາຊຽນ ມີບົດບາດແກ່ນສານສຳລັບສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມວັດທະນາຖາວອນຂອງພາກພື້ນ; ແລະ ໄດ້ສວມບົດບາດເປັນໃຈກາງນີ້ນັບແຕ່ເມື່ອສ້າງຕັ້ງ ກ່ອນນີ້ເກືອບ 60 ປີ. ບົດບາດນີ້ ຊ້ຳບໍ່ໜຳ ຍັງມີຄວາມສຳຄັນກວ່າ ໃນສະພາບການໂລກນັບມື້ນັບສັບສົນ ແລະ ສະພາບແວດລ້ອມຍຸດທະສາດເຕັມໄປດ້ວຍການແກ້ງແຍ້ງກັນ.






