ຂ່າວສານ

ຫວຽດ​ນາມ ສວມ​ບົດ​ບາດ​ນັບ​ມື້​ນັບ​ພົ້ນ​ເດັ່ນ​ ນັບ​ທັງ​ໃນ​ລະ​ດັບ​ພາກ​ພື້ນ ແລະ ສາ​ກົນ

ຫວຽດ​ນາມ ສວມ​ບົດ​ບາດ​ນັບ​ມື້​ນັບ​ພົ້ນ​ເດັ່ນ​ ນັບ​ທັງ​ໃນ​ລະ​ດັບ​ພາກ​ພື້ນ ແລະ ສາ​ກົນ. ນີ້​ແມ່ນ​ຄຳ​ຢັ້ງ​ຢືນ​ຂອງ​ທ່ານນາງ Gillian Bird ເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ ປະ​ຈຳ ຫວຽດ​ນາມ, ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວວິທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ, ກ່ອນ​ເວ​ລາ​ດຳ​ເນີນ​ເວ​ທີ​ປາ​ໄສ ອະ​ນາ​ຄົດ ອ​າ​ຊຽນ (AFF) ປີ 2026, ໄດ້​ດຳ​ເນີນ​ຢູ່ ຮ່າ​ໂນ້ຍ ແຕ່​ວັນ​ທີ 09 – 10 ມິ​ຖຸ​ນາ.
  ທ່ານນາງ Gillian Bird ເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ ປະ​ຈຳ ຫວຽດ​ນາມ (ພາບ​:VOV)  

ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ແລ້ວ, ອົດ​ສະ​ຕາ​ລີ​ ມີ​ຄວາມ​ປະ​ຕິ​ຊົມ​ຊື່ນ ທີ່​ໄດ້​ໃຫ້​ການ​ໜູນ​ຊ່ວຍ​ຈັ​ດເວ​ທີ​ປາ​ໄສ ນັບ​ແຕ່​ຫົວ​ທີ (ເມື່ອ​ປີ 2024) ແລະ ເຫັນ​ບົດ​ບາດ​ຂອງ ຫວຽດ​ນາມ ນັບ​ມື້​ນັບ​ພົ້ນ​ເດັ່ນ​ຂຶ້ນ​ ນັບ​ທັງ​ໃນ​ລະ​ດັບ​ພາກ​ພື້ນ ແລະ ສາ​ກົນ. ​ອົດ​ສະ​ຕ​າ​ລີ​ ດີ​ໃຈ​ເມື່ອ​ເຫັນ ຫວຽດ​ນາມ, ປະ​ເທດ​ຄູ່​ຮ່ວມ​ມື​ທີ່​ສຳ​ຄັນ​ຂອງ ອົດ​ສະ​ຕາ​ລີ ແລະ ແມ່ນ​ປະ​ເທດ​ຫຼັກ​ແຫຼ່ງ​ໃນ​ພາກ​ພື້ນ ພວມ​ບືນ​ຕົວ​ຂຶ້​ນ ຮັບ​ດຳ​ລົງ​ບົດ​ບາດ​ນຳ​ພາ​ທີ່​ນັບ​ມື້​ນັບ​ຍິ່ງ​ໃຫຍ່​ຂຶ້ນ. ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ ແມ່ນ​ພະ​ຍານຫຼັກ​ຖານ​ທີ່​ພົ້ນ​ເດັ່ນ​ໃຫ້​ແກ່​ບົດ​ບາດ​ນຳ​ພາ​ນັ້ນ. ສິ່ງ​ດັ່ງ​ກ່າວ​ແມ່ນ​ມີ​ຄວາມ​ສຳ​ຄັນຫຼາ​ຍ​ສຳ​ລັບ ອົດ​ສະ​ຕາ​ລີ, ເພາະ​ວ່າ ອົດ​ສະ​ຕາ​ລີ ກໍ​ຄື​ກັນ​ກັບ ຫວຽດ​ນາມ, ລ້ວນ​ແຕ່​ສະ​ໜັບ​ສະ​ໜູນ​ລັດ​ທິຫຼາຍ​ຝ່າຍ, ສະ​ໜັບ​ສະ​ໜູນ ສ​ປ​ຊ ແລະ ​ການ​ສ້າງຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ບົນ​ພື້ນ​ຖານ​ຂອງ​ກົົດ​ໝາຍ​ສາ​ກົນ, ໃນ​ນັ້ນ ມີສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ 1982 (UNCLOS).

ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ບົດ​ບາດ​ຂອງ ອາ​ຊຽນ ໃນ​ການ​ຊຸກ​ຍູ້​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຢູ່​ພາ​ກ​ພື້ນ ໃນ​ສະ​ພາບ​ການ​ສາ​ກົນ​ທີ່​ສັບ​ສົນ​ຄື​ປັດ​ຈຸ​ບັນ, ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ Gillian Bird ຖື​ວ່າ ອາ​ຊຽນ ມີ​ບົດ​ບາດ​ແກ່ນ​ສານ​ສຳ​ລັບ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ຂອງ​ພາກ​ພື້ນ; ແລະ ​ໄດ້ສ​ວມ​ບົດ​ບາດ​ເປັນ​ໃຈ​ກາງ​ນີ້​ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ ກ່ອນ​ນີ້​ເກືອບ 60 ປີ. ບົດ​ບາດ​ນີ້ ຊ້ຳ​ບໍ່​ໜຳ ຍັງ​ມີ​ຄວາມ​ສຳ​ຄັນ​ກວ່າ ໃນ​ສະ​ພາບ​ການ​ໂລກ​ນັບ​ມື້​ນັບ​ສັບ​ສົນ ແລະ ສະ​ພາບ​ແວດ​ລ້ອມ​ຍຸດ​ທະ​ສາດ​ເຕັມ​ໄປ​ດ້ວຍ​ການ​ແກ້ງ​ແຍ້ງ​ກັນ.


top