• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ລາວ ເຫັນ​ດີ​ເປັນ​ເອ​ກະ​ພາບ ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ

ສອງຝ່າຍເຫັນດີເປັນເອກະພາບຈະສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນໃນເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນໃນ ອາຊຽນ ແລະ ບັນດາກົນໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງ.
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ

ຕອນເຊົ້າວັນທີ 11 ກໍລະກົດ, ຢູ່ ຈາກາກຕາ, ປະເທດ ອິນໂດເນເຊຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 56 (AMM – 56). ທີ່ການພົບປະ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ຈະສົມທົບກັນຢ່າງແໜ້ນແຟ້ນ, ກະກຽມບັນດາການເຄື່ອນໄຫວຂອງຄະນະຜູ້ແທນຂັ້ນສູງ ໃນຊ່ອງທາງພັກ, ລັດຖະບານ ກໍຄື ບັນດາກົນໄກຮ່ວມມືອື່ນໃຫ້ເປັນຢ່າງດີ; ສົມທົບກັນຊຸກຍູ້ ແລະ ຜັນຂະຫຍາຍບັນດາຂົງເຂດຮ່ວມມືຢ່າງມີປະສິດທິຜົນ, ພິເສດແມ່ນການທູດເສດຖະກິດໃນສະພາບການເສດຖະກິດພາກພື້ນ ແລະ ໂລກ ພວມມີການຜັນປ່ຽນຫຼາຍຢ່າງ. ສອງຝ່າຍເຫັນດີເປັນເອກະພາບຈະສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນໃນເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນໃນ ອາຊຽນ ແລະ ບັນດາກົນໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງ; ແລກປ່ຽນ, ປຶກສາຫາລືບັນດາບັນຫາສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈຢ່າງເປັນປະຈຳ. ຕີລາຄາສູງການກະກຽມຢ່າງເປັນເຈົ້າການຂອງລາວ ໃຫ້ແກ່ປີ ປະທານ ອາຊຽນ 2024, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ ລາວ ໃນວຽກງານກະກຽມ ແລະ ປະຕິບັດໜ້າທີ່ສຳຄັນນີ້ຢ່າງສຳເລັດຜົນ.

 

(ແຫຼ່ງຄັດຈາກ VOV)

ວິ​ທະ​ຍາ​ຄານ​ເຕັກ​ນິກ​ການ​ທະ​ຫານ ຕ້ອງ​ສວມ​ບົດ​ບາດ​ນຳ​ພາ​ໃນ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ເຕັກ​ນິກ​ການ​ທະ​ຫານ

ວິ​ທະ​ຍາ​ຄານ​ເຕັກ​ນິກ​ການ​ທະ​ຫານ ຕ້ອງ​ສວມ​ບົດ​ບາດ​ນຳ​ພາ​ໃນ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ເຕັກ​ນິກ​ການ​ທະ​ຫານ

ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ວິທະຍາຄານເຕັກນິກການທະຫານສຸມໃສ່ປະຕິບັດ 5 ທິດທາງສຳຄັນທີ່ໄດ້ກຳນົດ, ໃນນັ້ນ ຕ້ອງເຊື່ອມຊຶມຢ່າງເລິກເຊິ່ງ, ກຳແໜ້ນທັດສະນະ, ແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ; ບັນດາທິດທາງຍຸດທະສາດໃນການສ້າງກອງທັບໃນໄລຍະຈະມາເຖິງ.

Top