• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ຕິ​ບັດ​ເປົ້າ​ໝາຍ​ນຳ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ບັນ​ລຸ​ແຕ່ 10%ຂຶ້ນ​ໄປ, ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານບັນດາກອງປະຊຸມຂອງຄະນະປະຈຳລັດຖະບານເພື່ອປະກອບຄຳເຫັນກ່ຽວກັບບາງເນື້ອໃນສຳຄັນເພື່ອປະຕິບັດເປົ້າໝາຍນຳການເຕີບໂຕເສດຖະກິດບັນລຸລະດັບ 10% ຂຶ້ນໄປ, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)  
ວັນທີ 16 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານບັນດາກອງປະຊຸມຂອງຄະນະປະຈຳລັດຖະບານເພື່ອປະກອບຄຳເຫັນກ່ຽວກັບບາງເນື້ອໃນສຳຄັນເພື່ອປະຕິບັດເປົ້າໝາຍນຳການເຕີບໂຕເສດຖະກິດບັນລຸລະດັບ 10%ຂຶ້ນໄປ, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດໃນສະພາບການປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຂໍ້ຕິດຂັດຫຼາຍຢາງ, ໂຄງການຍັງຄົງຄ້າງ, ແກ່ຍາວ, ປຸກລຸກ, ລະດົມ ແລະ ນຳໃຊ້ບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນ, ຊຸກຍູ້ບັນດາກຳລັງໜູນພັດທະນາ, ປະກອບສ່ວນເຂົ້າໃນການພັດທະນາໂດຍໄວ ແລະ ຍືນຍົງ. ກ່ຽວກັບສະພາບການ, ໝາກຜົນຂອງການຜັນຂະຫຍາຍແກ້ໄຂບັນດາໂຄງການ, ວິສາຫະກິດມີຄວາມຄືບໜ້າຊັກຊ້າ, ບໍ່ມີປະສິດທິຜົນຂອງຂະແໜງອຸດສາຫະກຳການຄ້າ, ທ່ານນາຍົກລັດຖະມົນຕີ ຊີ້ນຳບັນດາໜ້າທີ່, ມາດຕະການ ແລະ ກຳນົດເວລາປະຕິບັດສຳເລັດສຳລັບແຕ່ລະກະຊວງ, ອົງການ, ວິສາຫະກິດທີ່ກ່ຽວຂ້ອງ. ທ່ານນຍົກລັດຖະມົນຕີ ຮຽກຮ້ອງຕ້ອງປະຕິບັດບັນດາໂຄງການຍັງເຫຼືອໃຫ້ສຳເລັດ, ຖ້າເກີດຂຶ້ນຂໍ້ຕິດຂັດ ສືບຕໍ່ລາຍງານ, ສະເໜີ, ເສີມຂະຫຍາຍຈິດໃຈກ້າຄິດກ້າທຳ, ເພື່ອຜົນປະໂຫຍດລວມຢູ່ລະດັບສູງທີ່ສຸດ.

(ແຫຼ່ງຄັດຈາກ VOV)

ວິ​ທະ​ຍາ​ຄານ​ເຕັກ​ນິກ​ການ​ທະ​ຫານ ຕ້ອງ​ສວມ​ບົດ​ບາດ​ນຳ​ພາ​ໃນ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ເຕັກ​ນິກ​ການ​ທະ​ຫານ

ວິ​ທະ​ຍາ​ຄານ​ເຕັກ​ນິກ​ການ​ທະ​ຫານ ຕ້ອງ​ສວມ​ບົດ​ບາດ​ນຳ​ພາ​ໃນ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ເຕັກ​ນິກ​ການ​ທະ​ຫານ

ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ວິທະຍາຄານເຕັກນິກການທະຫານສຸມໃສ່ປະຕິບັດ 5 ທິດທາງສຳຄັນທີ່ໄດ້ກຳນົດ, ໃນນັ້ນ ຕ້ອງເຊື່ອມຊຶມຢ່າງເລິກເຊິ່ງ, ກຳແໜ້ນທັດສະນະ, ແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ; ບັນດາທິດທາງຍຸດທະສາດໃນການສ້າງກອງທັບໃນໄລຍະຈະມາເຖິງ.

Top