• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ລາວ ປັບ​ປຸງ​ສາຍ​ພົວ​ພັນ “ຫຸ້ນ​ສ່ວນ​ຍຸດ​ທະ​ສາດ” ໃນ​ໄລ​ຍະ​ໃໝ່

ວັນທີ 26 ມັງກອນ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ. ລາວ ແລະ ພັນລະຍາ ໄດ້ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ. ການຢ້ຽມຢາມ ໄດ້ດຳເນີນໃນລະຫວ່າງວັນທີ 26 – 27 ມັງກອນ, ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ປະກອບສ່ວນຍົກລະດັບການພົວພັນ ແລະ ກຳນົດທິດການຮ່ວມມືຮອບດ້ານ, ມີປະສິດທິຜົນ ແລະ ແທດຈິງຂອງໄລຍະພັດທະນາໃໝ່.
  ພິທີຕ້ອນຮັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ລາວ ແລະ ພັນລະຍາ ຢູ່ສະໜາມບິນສາກົນ ໂນ້ຍບ່າຍ (ພາບ: TTXVN)  

ການຢ້ຽມຢາມໄດ້ດຳເນີນໃນສະພາບການພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດ ຫວຽດນາມ ຫາກໍ່ຈັດຕັ້ງສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງແຕ່ລະພັກໃນເດືອນ ມັງກອນ 2026. ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແມ່ນປະມຸກລັດຕ່າງປະເທດຄົນທຳອິດທີ່ມາຢ້ຽມຢາມ ຫວຽດນາມ ໃນປີ 2026 ແລະ ກໍແມ່ນການນຳຕ່າງປະເທດເຊິ່ງທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບໃນຖານະຕຳແໜ່ງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV.

ພື້ນຖານສາຍພົວພັນ ຫວຽດນາມ - ລາວ ໃນໄລຍະພັດທະນາໃໝ່

        ສາຍພົວພັນ ຫວຽດນາມ - ລາວ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ພິເສດແມ່ນພາຍຫຼັງການຢ້ຽມຢາມທາງລັດຖະກິດ ຢູ່ ສປປ.ລາວ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ເມື່ອເດືອນ ທັນວາ 2025, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາປະເທດແຫ່ງ ສປປ. ລາວ ຄົບຮອບ 50ປີ (2/12/1975 – 2/12/2025).  ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບເຮັດໃຫ້ເນື້ອໃນສາຍພົວພັນ ຫວຽດນາມ - ລາວ ຂຶ້ນສູ່ລະດັບສູງໃໝ່ທີ່ເລິກເຊິ່ງກວ່າ, ແມ່ນສາຍພົວພັນ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ”; ເສີມຂະຫຍາຍບັນດາກົນໄກທີ່ພວມມີໃນປັດຈຸບັນ, ພ້ອມທັງດັດປັບ ແລະ ສ້າງກົນໄກໃໝ່.

        ໃນໄລຍະຜ່ານມາ, ແນວທາງ, ແຜນນະໂຍບາຍ, ນະໂຍບາຍພາຍໃນ ແລະ ຕ່າງປະເທດຂອງ ຫວຽດນາມ ນັບມື້ນັບໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ຖືເປັນແບບຢ່າງເພື່ອຄົ້ນຄວ້າ, ໝູນໃຊ້. ຫວ່າງມໍ່ໆມານີ້, ລາວໄດ້ໝູນໃຊ້ ນະໂຍບາຍບຸກທະລຸຈຳນວນໜຶ່ງຂອງ ຫວຽດນາມ ແລະ ຮັບເອົາຫຼາຍຄຳປຶກສາຂອງ ຫວຽດນາມ ເຂົ້າໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ - ການເງິນ, ພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ.  

        ການຮ່ວມມືສອງຝ່າຍລະຫວ່າງ 02 ປະເທດບັນລຸຫຼາຍໝາກຜົນພົ້ນເດັ່ນ. ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ປັດຈຸບັນ, ຫວຽດນາມ ມີ 276 ໂຄງການລົງທຶນຢູ່ລາວ ທຶນຈົດທະບຽນທັງໝົດບັນລຸກວ່າ 6,2 ຕື້ USD, ຢືນອັນດັບທີ 2 ໃນຈຳນວນບັນດາປະເທດລົງທຶນເຂົ້າລາວ. ຫຼາຍໂຄງການເຄື່ອນໄຫວຢ່າງມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ລາວ, ໂດຍສະເພາະແມ່ນໃນບັນດາຂົງເຂດ: ໂທລະຄົມມະນາຄົມ, ທະນາຄານ, ພະລັງງານ, ແຮ່ທາດ, ຢາງພາລາ ແລະ ການປຸງແຕ່ງອາຫານ. ວົງເງິນການຄ້າສອງຝ່າຍໃນປີ 2025 ບັນລຸ 3 ຕື້ USD, ເພີ່ມຂຶ້ນ 32,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ສອງຝ່າຍສືບຕໍ່ສູ້ຊົນຍົກວົງເງິນການຄ້າສອງຝ່າຍຂຶ້ນເປັນ 5 – 10 ຕື້ USD ໃນ 2 – 3 ປີຈະມາເຖິງ.

        ໄປຄຽງຄູ່ກັນນັ້ນ, ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບສືບຕໍ່ໄດ້ຮັບການເປີດກວ້າງ, ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນ ຫວຽດນາມ - ລາວ; ການຮ່ວມມືໃນບັນດາຂົງເຂດສຳຄັນອື່ນ, ເຊັ່ນ: ການສຶກສາ - ບຳລຸງສ້າງ, ວັດທະນະທຳ, ການພົວພັນແລກປ່ຽນປະຊາຊົນ, ການທ່ອງທ່ຽວ…ລ້ວນແຕ່ຮັບຮູ້ບັນດາໝາກຜົນທີ່ຕັ້ງໜ້າ.

        ໃນບັນດາເວທີປາໄສຮ່ວມມືໃນພາກພື້ນ ແລະ ສາກົນ, ສອງປະເທດ ຫວຽດນາມ ແລະ ລາວ ຍາມໃດກໍສົມທົບຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນ; ສືບຕໍ່ເພີ່ມທະວີການຮ່ວມມື, ສົມທົບກັບບັນດາປະເທດສະມາຊິກ ອາຊຽນ ອື່ນ ໃນການສ້າງປະຊາຄົມ ອາຊຽນ ແລະ ຮັກສາຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມຂອງ ອາຊຽນໃນບັນດາບັນຫາຍຸດທະສາດຢູ່ພາກພື້ນ.

  ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສປປ.ລາວ ຫງວຽນມິງເຕິມ (ພາບ: VOV)  

ຫັນສາຍພົວພັນ “ຫຸ້ນສ່ວນຍຸດທະສາດ” ຫວຽດນາມ - ລາວ ເປັນລະອຽດ

        ບົນພື້ນຖານສາຍພົວພັນອັນດີງາມ, ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ເລືອກເອົາ ຫວຽດນາມ ເປັນປະເທດທຳອິດທີ່ເດີນທາງໄປຢ້ຽມຢາມ ພາຍຫຼັງທີ່ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດ ຫວຽດນາມ ຫາກໍ່ຈັດຕັ້ງສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງແຕ່ລະພັກ, ແມ່ນມີຄວາມໝາຍດ້ານການເມືອງ ແລະ ການຕ່າງປະເທດຢ່າງເລິກເຊິ່ງ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສປປ.ລາວ ຫງວຽນມິງເຕິມ ເນັ້ນໜັກວ່າ:

        “ເວລາທີ່ຜ່ານມາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງແຕ່ລະພັກໄດ້ວາງອອກບັນດາແນວທາງ, ກຳນົດທິດ, ນະໂຍບາຍຊີ້ຂາດຍຸດທະສາດທີ່ສຳຄັນໃຫ້ແກ່ໄລຍະພັດທະນາໃໝ່ຂອງແຕ່ລະປະເທດ. ດັ່ງນັ້ນ, ການຢ້ຽມຢາມຄັ້ງນີ້ ຍັງສະແດງໃຫ້ເຫັນການຮ່ວມເດີນທາງ, ຄວາມຜູກພັນຍຸດທະສາດ ແລະ ຄວາມຕັດສິນໃຈດ້ານການເມືອງສູງສຸດຂອງການນຳສອງຝ່າຍໃນການຜັນຂະຫຍາຍປະຕິບັດບັນດາເປົ້າໝາຍເຊິ່ງກອງປະຊຸມໃຫຍ່ໄດ້ວາງອອກຢ່າງມີໄຊ; ສົມທົບກັນຢ່າງແໜ້ນແຟ້ນຕໍ່ບັນດາບັນຫາຍຸດທະສາດທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ ແລະ ການພັດທະນາຂອງແຕ່ລະປະເທດ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນປະສົບການກ່ຽວກັບວຽກງານກໍ່ສ້າງພັກ, ສ້າງລະບົບການເມືອງ, ພັດທະນາເສດຖະກິດສັງຄົມ, ສ້າງພື້ນຖານເສດຖະກິດເອກະລາດເປັນເຈົ້າຕົນເອງ, ຮັກສາການປ້ອງກັນຊາດປ້ອງກັນຄວາມສະຫງົບ, ເປີດກວ້າງການເຊື່ອມໂຍງສາກົນ”.

        ໃນການຢ້ຽມຢາມຄັ້ງນີ້, ການນຳສອງພັກ, ສອງລັດ ໄດ້ແລກປ່ຽນຢ່າງລົງເລິກ ເພື່ອຫັນເນື້ອໃນ “ຫຸ້ນສ່ວນຍຸດທະສາດ” ໃນບັນດາເສົາຄ້ຳຈຸດສຸມເປັນລະອຽດ ແລະ ປະກົດຜົນເປັນຈິງ ແນໃສ່ມີການຫັນປ່ຽນຄຳໝັ້ນສັນຍາດ້ານການເມືອງກາຍເປັນໝາກຜົນການຮ່ວມມືທີ່ແທດຈິງຢ່າງແຮງ, ນຳມາເຊິ່ງຜົນປະໂຫຍດໂດຍກົງໃຫ້ແກ່ປະຊາຊົນສອງປະເທດ. ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ຢັ້ງຢືນວ່າ:

        “ເລື່ອງການນຳຂັ້ນສູງສຸດຂອງພັກ ແລະ ລັດ ລາວ ມາຢ້ຽມຢາມ ຫວຽດນາມ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຍັງສົ່ງສານຢ່າງແຮງກ່ຽວກັບຄຳໝັ້ນສັນຍາຮັກສາການແລກປ່ຽນຍຸດທະສາດຂັ້ນສູງ, ແບ່ງປັນທັດສະນະຢ່າງທັນການ, ສົມທົບກັນຢ່າງແໜ້ນແຟ້ນໃນການວາງແຜນກຳນົດ ແລະ ຜັນຂະຫຍາຍບັນດານະໂຍບາຍຊີ້ຂາດສຳຄັນ. ນີ້ແມ່ນແບບວິທີຮັບປະກັນວ່າ ສາຍພົວພັນ ຫວຽດນາມ - ລາວ ຍາມໃດກໍ “ໄປກ່ອນ, ໄປພ້ອມກັນ ແລະ ໄປຢ່າງລົງເລິກ”, ກາຍເປັນເສົາຄ້ຳອັນໝັ້ນແກ່ນໃຫ້ແກ່ສະຖຽນລະພາບດ້ານການເມືອງ, ການພັດທະນາແບບຍືນຍົງຂອງແຕ່ລະປະເທດ, ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ການຮ່ວມມື ແລະ ວັດທະນາຖາວອນຂອງພາກພື້ນ ແລະ ໃນໂລກ”.

        ໃນສະພາບການໂລກ ແລະ ພາກພື້ນມີການຜັນແປຢ່າງສັບສົນ, ພາຍໃຕ້ການຊີ້ນຳນຳພາຂອງສອງພັກ, ສອງລັດ, ສາຍພົວພັນແບບພິເສດ ຫວຽດນາມ - ລາວ  ພວມພັດທະນາຢ່າງດີງາມ, ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຈິງ. ການຢ້ຽມຢາມຄັ້ງນີ້ ປະກອບສ່ວນເຮັດແຈ້ງ, ຫັນເປັນລະອຽດ ແລະ ຜັນຂະຫຍາຍເນື້ອໃນ “ຫຸ້ນສ່ວນຍຸດທະສາດ” ຢ່າງຄົບຊຸດ, ນຳສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ພັດທະນາແບບຍືນຍົງ, ຕອບສະໜອງຜົນປະໂຫຍດອັນຍາວນານຂອງປະຊາຊົນສອງປະເທດ./.

(ແຫຼ່ງຄັດຈາກ VOV)

ພາຍຸຫິມະເກີດຂຶ້ນຢ່າງຮ້າຍແຮງຢູ່ ອາເມລິກາ

ພາຍຸຫິມະເກີດຂຶ້ນຢ່າງຮ້າຍແຮງຢູ່ ອາເມລິກາ

ພາຍຸຫິມະກໍ່ເຮັດໃຫ້ 2 ຄົນເສຍຊີວິດ. ກວ່າ 850.000 ຄົນຢູ່ທາງພາກໃຕ້ປະເທດນີ້ ແລະ ຫຼາຍເຂດອື່ນກໍ່ພວມດຳລົງຊີວິດໃນສະພາບບໍ່ມີໄຟຟ້າໃຊ້.

Top