ຂ່າວສານ
ຫວຽດນາມ ຢຶດໝັ້ນກັບບັນດາຄຸນຄ່າການໂອ້ລົມສົນທະນາ, ການຮ່ວມມື, ສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ
ວັນທີ 24 ກໍລະກົດ, ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ບັນດາປະເທດ ອາຊຽນ ຄັ້ງທີ 59 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ທີ່ໄດ້ດຳ
ເນີນຢູ່ ມານີລາ, ຟີລິບປິນ, ທ່ານ ເລຮວ່າຍຈຸງ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ມີການພົບປະກັບ ທ່ານ Tom Berendsen ລັດຖະມົນຕີກະຊວງການຕ່າງປະເທດ ໂຮນລັງ.
ນະທີ່ນີ້, ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ, ປະສານສົມທົບກັນຈັດກອງປະຊຸມຄັ້ງທີ 9 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ ໂຮນລັງ ກ່ຽວກັບການປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຄຸ້ມຄອງແຫ່ງລັດ ຢູ່ ຫວຽດນາມ. ທ່ານເລຮວ່າຍຈຸງ ສະເໜີ ໂຮນລັງ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ສະຫະພາບເອີລົບ (EU) (EVIPA)ໂດຍໄວ.
ທີ່ການພົບປະກັບ ທ່ານ Xavier Bettel ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລຸກຊຳບວກ, ສອງຝ່າຍເຫັນດີເປັນເອກະພາບຖືການຮ່ວມມືດ້ານການເງິນແມ່ນເສົາຄ້ຳສຳຄັນຂອງການພົວພັນສອງຝ່າຍ, ຊຸກຍູ້ການແບ່ງປັນບົດຮຽນປະສົບການ, ບຳລຸງສ້າງຊັບພະຍາກອນມະນຸດ ແລະ ເຊື່ອມຕໍ່ບັນດາກົນໄກການເງິນ, ກອງທຶນລົງທຶນ, ຕະຫຼາດຫຼັກຊັບ ແລະ ປະຊາຄົມວິສາຫະກິດສອງປະເທດ.
ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ ສະເໜີ ລຸກຊຳບວກ ໜູນຊ່ວຍ ຫວຽດນາມ ລະດົມແຫຼ່ງກຳລັງໃຫ້ການຫັນປ່ຽນສີຂຽວ, ພັດທະນາຕະຫຼາດທຶນ, ຍົກສູງຄວາມສາມາດໃນການຄຸ້ມຄອງການເງິນ ແລະ ສ້າງຂອບນະໂຍບາຍກ່ຽວກັບພາສີ, ຫຼັກຊັບໃຫ້ສົມບູນ.
ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ ໄດ້ມີການພົບປະກັບ ທ່ານ Sultan bin Saad Al Muraikhi ລັດຖະມົນຕີການຕ່າງປະເທດ ກາຕາ.






