• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຢັ້ງ​ຢືນ ​ມີ​ກໍ​ລະ​ນີ​ຕິດ​ເຊື້ອ​ໂຄວິດ - 19 ກັບ​ມາ​ຈາກ​ຕ່າງ​ປະ​ເທດ ຕື່ມ​ອີກ 02 ຄົນ

ຕາມຄະນະຊີ້ນຳແຫ່ງຊາດກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ວັນທີ 12 ກໍລະກົດ, ຫວຽດນາມ ໄດ້ຢັ້ງຢືນມີກໍລະນີຕິດເຊື້ອໂຄວິດ - 19 ກັບມາຈາກຕ່າງປະເທດຕື່ມອີກ 02 ຄົນ. 

(ພາບປະກອບ: ກະຊວງສາທາລະນະສຸກ)

ສອງກໍລະນີດັ່ງກ່າວ ໄດ້ແຍກຕົວພາຍຫຼັງເຂົ້າເມືອງໃນທັນທີ ແລະບໍ່ສາມາດຕິດແປດໃນຊຸມຊົນຕື່ມອີກ. ວັນທີ 9 ກໍລະກົດ 2020, ຄົນເຈັບສອງຄົນດັ່ງກ່າວໄດ້ຂີ່ເຮືອບິນໝາຍເລກ VN5062 ແຕ່ສະຫະພັນລັດເຊຍ ກັບເມືອ ຫວຽດນາມ. ພາຍຫຼັງແຈ້ງໜັງສືເຂົ້າເມືອງຢູ່ສະໜາມບິນສາກົນ ເກິ່ນເທີ, ເຂົາເຈົ້າໄດ້ແຍກຕົວລວມໝູ່ຢູ່ແຂວງ ບາກລຽວ. ວັນທີ 10 ກໍລະກົດ 2020, ໄດ້ປະຕິບັດການວິໄຈ ແລະ ໃຫ້ຜົນເປັນບວກ ກັບເຊື້ອໄວຣັດ SAR-CoV-2. ປັດຈຸບັນ, ຄົນເຈັບສອງຄົນດັ່ງກ່າວ ພວມໄດ້ແຍກຕົວ ແລະ ປິ່ນປົວຢູ່ໂຮງໝໍຫຼາຍຂະແໜງ ແຂວງ ບາກລຽວ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top