• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ໂອ້​ລົມ​ສົນ​ທະ​ນາ ແລະ ກາ​ນ​ຮ່ວມ​ມື​ໃນ​ພາກ​ພື້ນ ອ່າວເປີ​ເຊຍ

ທີ່ກອງປະຊຸມ, ທ່ານ ດັ້ງມິງເຄີຍ ໄດ້ໃຫ້ຂໍ້ສັງເກດວ່າ ບັນດາສະພາບການຂາດສະຖຽນລະພາບຫວ່າງແລ້ວນີ້ ຢູ່ ອ່າວເປີເຊຍ ຖ້າຫາກວ່າບໍ່ແກ້ໄຂ, ຄວບຄຸມໄດ້ເປັນຢ່າງດີນັ້ນຈະກໍ່ບັນດາຜົນພາຍຫຼັງຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ຕໍ່ບັນດາການປະທະກັນ, ວິກິດການດ້ານມະນຸດສະທຳ ຕ່າງໆໃນພາກພື້ນ ຄືຢູ່ ຊີຣີ, ເຢແມນ, ລີບີ, ປາແລັດສະຕິນ ແລະ ລີບັງ. 

 ທ່ານ ດັ້ງມິງເຄີຍ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)

ວັນທີ 20 ຕຸລາ, ທ່ານ ດັ້ງມິງເຄີຍ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງທາງອອນລາຍ ຂອງ ສະພາຄວາມໝັ້ນຄົງ ສປຊ ດ້ວຍຫົວຂໍ້ວ່າ “ຕີລາຄາລວມສະພາບການພາກພື້ນອ່າວເປີເຊຍ”. ວາລະກອງປະຊຸມໂດຍທ່ານລັດຖະມົນຕີການຕ່າງປະເທດລັດເຊຍ (ປະເທດປະທານສະພາຄວາມໝັ້ນຄົງ ສປຊ ເດືອນຕຸລາ 2020) ເປັນປະທານ.

ທີ່ກອງປະຊຸມ, ທ່ານ ດັ້ງມິງເຄີຍ ໄດ້ໃຫ້ຂໍ້ສັງເກດວ່າ ບັນດາສະພາບການຂາດສະຖຽນລະພາບຫວ່າງແລ້ວນີ້ ຢູ່ ອ່າວເປີເຊຍ ຖ້າຫາກວ່າບໍ່ແກ້ໄຂ, ຄວບຄຸມໄດ້ເປັນຢ່າງດີນັ້ນຈະກໍ່ບັນດາຜົນພາຍຫຼັງຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ຕໍ່ບັນດາການປະທະກັນ, ວິກິດການດ້ານມະນຸດສະທຳ ຕ່າງໆໃນພາກພື້ນ ຄືຢູ່ ຊີຣີ, ເຢແມນ, ລີບີ, ປາແລັດສະຕິນ ແລະ ລີບັງ. ທ່ານ ຮອງລັດຖະມົນຕີ ດັ້ງມິງເຄີຍ ໄດ້ຢັ້ງຢືນວ່າ ຍາມໃດ ຫວຽດນາມກໍ່ມີການພົວພັນທີ່ເປັນມິດ ແລະ ຮ່ວມມືກັບທຸກໆປະເທດຢູ່ເຂດອ່າວເປີເຊຍ ແລະ ພາກພື້ນຕາເວັນອອກກາງ, ຫວຽດນາມ ໃຫ້ຄຳໝັ້ນສັນຍາພ້ອມແລ້ວ ທີ່ຈະມີການປະກອບສ່ວນທີ່ມີຄວາມໝາຍເພື່ອສ້າງສະພາບແວດລ້ອມທີ່ອຳນວຍຄວາມສະດວກໃຫ້ແກ່ການໂອ້ລົມສົນທະນາ ແລະ ການຮ່ວມມືເພື່ອສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຢູ່ ພາກພື້ນນີ້.

(ແຫຼ່ງຄັດຈາກ VOV)

ແຂກສາກົນມາ ຫວຽດນາມ ໃນ 4 ເດືອນຜ່ານມາບັນລຸລະດັບກ່ວາ 6 ລ້ານເທື່ອຄົນ

ແຂກສາກົນມາ ຫວຽດນາມ ໃນ 4 ເດືອນຜ່ານມາບັນລຸລະດັບກ່ວາ 6 ລ້ານເທື່ອຄົນ

ບັນລຸໝາກຜົນນີ້ແມ່ນຍ້ອນນະໂຍບາຍອອກວີຊາອຳນວຍຄວາມສະດວກ, ບັນດາລາຍການສົ່ງເສີມການທ່ອງທ່ຽວທີ່ດູດດື່ມພວມສືບຕໍ່ເສີມຂະຫຍາຍປະສິດທິຜົນ.

Top