• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ພິ​ຈາ​ລະ​ນາການເຊື່ອມຕໍ່​ບາງສາຍການ​ບິນສາ​ກົນ

ຕອນເຊົ້າວັນທີ 18 ມິຖຸນາ, ທີ່ສຳນັກງານລັດຖະບານ, ທ່ານຮອງບາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ເປັນປະທານກອງປະຊຸມຜັນຂະຫຍາຍວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19.

ທ່ານຮອງບາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ເປັນປະທານກອງປະຊຸມ(ພາບ: VGP)

ທີ່ກອງປະຊຸມ, ບັນດາສະມາຊິກຂອງຄະນະຊີ້ນຳແຫ່ງຊາດໄດ້ຕີລາຄາສະພາບການເຊື້ອພະຍາດພາຍໃນປະເທດ, ພາກພື້ນ ແລະ ໃນໂລກ; ວຽກງານການຄຸ້ມຄອງບັນດາຊາຍແດນ, ຄົນເຂົ້າເມືອງ; ພິຈາລະນາການເຊື່ອມຕໍ່ບາງສາຍການບິນສາກົນ; ພອນຜັນການໄປມາກັບບາງປະເທດໄດ້ຄວບຄຸມໄດ້ເຊື້ອພະຍາດ; ຍູ້ແຮງການຄົ້ນຄ້ວາບັນດາກໍລະນີສົງໄສ ແລະ ຈັດຕັ້ງສົ່ງພົນລະເມືອງ ຫວຽດນາມ ກັບເມືອປະເທດ…

ທ່ານຮອງບາຍົກລັດຖະມົນຕີເນັ້ນໜັກທັດສະນະ, ປະຕິບັດຄາດໝາຍແຕ່ຕ້ອງຮັບປະກັນປອດໄພ, ຄະນະຊີ້ນຳແຫ່ງຊາດສະໜີໃຫ້ສະມາຊິກທັງໝົດກວດກາຄືນໃໝ່ວຽກງານທັງໝົດ, ຄາດໝາຍໄດ້ມອບໝາຍ; ຮຽກຮ້ອງໃຫ້ບັນດາກຳລັງປ້ອງກັນ, ສະກັດກັ້ນເຊື້ອພະຍາດບໍ່ໄດ້ປະໝາດ, ພອນຜັນ, ພ້ອມແລ້ວຮັບມືກັບສະພາວະການອາດຈະເກີດໃໝ່. ເພືຶ່ອປົກປັກຮັກສາບັນດາຜົນສຳເລັດໄດ້ບັນລຸໃນວຽກງານປ້ອງກັນ, ສະກັດກັ້ນເຊື້ອພະຍາດ, ສ້າງເງື່ອນໄຂພັດທະນາດ້ານເສດຖະກິດ, ສັງຄົມພາຍໃນປະເທດ, ຕາມຄະນະຊີ້ນຳແຫ່ງຊາດ, ຕ້ອງຈະສືບຕໍ່ຮັດແໜ້ນການຄຸ້ມຄອງບັນດາຊາຍແດນ, ການຄຸ້ມຄອງຄົນເຂົ້າເມືອງ, ບໍ່ໄດ້ເຊື້ອພະຍາດແຜ່ລະບາດໃນຊຸມຂົນ.

ກໍ່ທີກອງປະຊຸມ, ຄະນະຊີ້ນຳແຫ່ງຊາດໄດ້ປຶກສາຫາລື, ເຫັນດີເພື່ອບົດລາຍງານອົງການທີ່ມີອຳນາດຕັດສິນບັນດາສາຍການບິນການຄ້າສຳລັບບາງປະເທດ, ຜືນແຜ່ນດິນ, ບັດຈຸປັນ ພື້ນຖານໄດ້ ຄວບຄຸມເຊື້ອພະຍາດ ແລະ ມີການພົວພັນຢ່າງເລິກເຊິ່ງກັບ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top