• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ປະ​ຕິ​ບັດ​ໜ້າ​ທີ່​ເປັນ​ປະ​ທານ ກຸ່ມ ອາ​ຊີ - ປາ​ຊີ​ຟິກ ປະ​ຈຳ ສ​ປ​ຊ ສຳ​ເລັດຢ່າງ​ດີ​ເລ​ີດ

ວັນທີ 29 ເມສາ, ຢູ່ ນິວຢອກ, ອາເມລິກາ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເປັນປະທານວາລະປະຊຸມສະຫຼຸບ ເດືອນ ເມສາ 2024 ຂອງກຸ່ມ ອາຊີ - ປາຊີຟິກ (APG) ໃນຖານະເປັນປະທານກຸ່ມ. ເຂົ້າຮ່ວມວາລະປະຊຸມດັ່ງກ່າວ ມີຜູ້ຕາງໜ້າຂອງຄະນະຜູ້ຕາງໜ້າ 50 ປະເທດສະມາຊິກກຸ່ມ APG ປະຈຳ ສປຊ.
ວາລະປະຊຸມສະຫຼຸບເດືອນ ເມສາ ຂອງກຸ່ມ ອາຊີ - ປາຊີຟິກ

ໃນບົດລາຍງານສະຫຼຸບ,  ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ໄດ້ທົບທວນຄືນບັນດາໜ້າວຽກຢ່າງຫຼວງຫຼາຍເຊິ່ງ ຄະນະຜູ້ຕາງໜ້າ ຫວຽດນາມ ໄດ້ແກ້ໄຂໃນເດືອນ ເມສາ 2024 ເມື່ອຮັບດຳລົງຕຳແໜ່ງເປັນປະທານ APG, ໂດຍສະເພາະແມ່ນການປະສານງານ, ສັງລວມບັນດາຂໍ້ສະເໜີແນະ ແລະ ຂໍ້ມູນທີ່ກ່ຽວຂ້ອງເຖິງການອອກສະໝັກເລືອກຕັ້ງ, ເລືອກຕັ້ງຂອງບັນດາປະເທດສະມາຊິກ, ຊຸກຍູ້ຄວາມເຫັນດີເຫັນພ້ອມສຳລັບການສະເໜີຜູ້ອອກສະໝັກເລືອກຕັ້ງຂອງກຸ່ມ ເຂົ້າໃນຫຼາຍອົງການ ແລະ ທີ່ຕັ້ງສຳຄັນຂອງ ສປຊ.

ກ່າວຄຳເຫັນນະທີ່ນີ້, ຜູ້ຕາງໜ້າບັນດາປະເທດສະມາຊິກໃນກຸ່ມ ໄດ້ຕີລາຄາສູງການປະສານງານ, ບໍລິຫານຂອງ ຫວຽດນາມ ໃນບົດບາດເປັນປະທານ APG ເດືອນ ເມສາ 2024. ສິ້ນສຸດວາລະປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ໄດ້ມອບບົດບາດເປັນປະທານກຸ່ມໃຫ້ແກ່ຜູ້ຕາງໜ້າຄະນະຜູ້ຕາງໜ້າ ວານູວາຕູ ປະຈຳ ສປຊ ຢ່າງເປັນທາງການ.

(ແຫຼ່ງຄັດຈາກ VOV)

ດັກ​ລັກ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໜ້າ​ທີ່​ຕ້ານ​ການ​ຂຸດ​ຄົ້ນ IUU

ດັກ​ລັກ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໜ້າ​ທີ່​ຕ້ານ​ການ​ຂຸດ​ຄົ້ນ IUU

ໄລ່ຮອດວັນທີ 28 ກຸມພາ, ແຂວງດັກລັກ ມີກຳປັ່ນຫາປາທີ່ໄດ້ຈົດທະບຽນໃນລະບົບຖານຂໍ້ມູນອາຊີບຫາປາແຫ່ງຊາດ 2.575 ລຳ. ກຳປັ່ນ ທີ່ມີໜັງສືອະນຸຍາດຂຸດຄົ້ນສິນນ ໃນນ້ຳຍັງມີຜົນສັກສິດ 2555 ລຳ

Top