• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ປະ​ກອບ​ສ່ວນ​ຊຸກ​ຍູ້​ວິ​ວັດ​ທະ​ນາ​ການ​ສັນ​ຕິ​ພາບ​ຢູ່​ເຂດ ກາ​ຊາ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ອາ​ເມ​ລິ​ກາ

ວັນທີ 22 ມັງກອນ, ໂດຍໄດ້ຮັບຄຳເຊີນຂອງ ທ່ານ Donald Trump ປະທານາທິບໍດີ ອາເມລິກາ, ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ ຫວຽດນາມ ນຳໜ້າ ເຂົ້າຮ່ວມພິທີລົງນາມໃນກົດບັດສະພາສັນຕິພາບວ່າດ້ວຍການຢຸດຕິການປະທະກັນຢູ່ເຂດ ກາຊາ ຈັດຂຶ້ນຢູ່ນອກເວທີປາໄສເສດຖະກິດໂລກ (WEF) ຢູ່ Davos, ສະວິດ.
  ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸ່ຍແທັງເຊີນ ແລະ ທ່ານ Nickolay Mladenov, ຜູ້ຕາງໜ້າຂັ້ນສູງຂອງສະພາສັນຕິພາບ, ອະດີດທູດພິເສດ ສປຊ ຮັບຜິດຊອບຕາເວັນອອກກາງ (ພາບ: ກະຊວງການຕ່າງປະເທດ)  

ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ໄດ້ແລກປ່ຽນກັບບັນດາສະມາຊິກຄະນະລັດຖະບານປະທານາທິບໍດີ Donald Trump, ໃນນັ້ນ ມີລັດຖະມົນຕີການຕ່າງປະເທດ, ລັດຖະມົນຕີການເງິນ, ລັດຖະມົນຕີການຄ້າ… ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງ ທ່ານ ປະທານາທິບໍດີ Donald Trump ໃນການຊຸກຍູ້ສັນຕິພາບ, ການຮ່ວມມື ແລະ ຄວາມວັດທະນາຖາວອນໃນໂລກ, ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມສະພາສັນຕິພາບດ້ວຍຖານະເປັນສະມາຊິກຜູ້ກໍ່ຕັ້ງ. ກໍຕາມທ່ານຮອງນາຍົກລັດຖະມົນຕີຫວຽດນາມ ແລ້ວ, ຫວຽດນາມ ມີຄວາມປາດຖະໜາຢາກສົມທົບກັບບັນດາສະມາຊິກຂອງສະພາໃນການຜັນຂະຫຍາຍແຜນການສັນຕິພາບເຂດ ກາຊາ ໂດຍໄວ (ໂດຍ ສປຊ ໄດ້ຮັບຮອງເອົາໃນວັນທີ 17 ພະຈິກ 2025), ຜ່ານນັ້ນ, ກໍຊຸກຍູ້ສັນຕິພາບຢູ່ຕາເວັນອອກກາງແບບຍືນຍົງ.

ສຳລັບຝ່າຍ ອາເມລິກາ, ບັນດາລັດຖະມົນຕີໃນຄະນະລັດຖະບານຂອງ ທ່ານປະທານາທິບໍດີ Donald Trump ໄດ້ຢັ້ງຢືນການຖືເປັນສຳຄັນ ແລະ ເປັນເອກພາບຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ໃນນັ້ນ ມີການຊຸກຍູ້ວິວັດທະນາການບັນລຸໄດ້ຂໍ້ຕົກລົງກ່ຽວກັບການເຈລະຈາດ້ານພາສີສົມທົບໂດຍໄວ; ພ້ອມທັງຊົມເຊີຍ ຫວຽດນາມ ກາຍເປັນສະມາຊິກຜູ້ກໍ່ຕັ້ງຂອງສະພາສັນຕິພາບ.

ຢູ່ນອກພິທີລົງນາມ, ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ໄດ້ພົບປະກັບທ່ານ Ilham Aliyev ປະທານາທິບໍດີ ອາເຊັກໄບຊານ ; ພົບປະກັບລັດຖະມົນຕີການຕ່າງປະເທດບັນດາປະເທດ ອິນໂດເນເຊຍ, ອູເບກິດສະຖານ, ອາຣັບບີ ຊະອຸດິ ແລະ ທ່ານ Nickolay Mladenov ຜູ້ຕາງໜ້າຂັ້ນສູງຂອງສະພາສັນຕິພາບ, ອະດີດທູດພິເສດ ສປຊ ຮັບຜິດຊອບຕາເວັນອອກກາງ ເພື່ອແລກປ່ຽນກ່ຽວກັບຄວາມສາມາດຮ່ວມມືໃນຂອບເຂດສະພາສັນຕິພາບ ແລະ ການຮ່ວມມືໃນບັນດາບັນຫາສອງຝ່າຍ.

(ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ​ ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ໃໝ່, ນຳ​ກ່ຳ​ປັ່ນ​ສູ້​ຮົບ​ມຸ່ງໜ້າ​ສູ່ ອີ​ຣານ

ອາ​ເມ​ລິ​ກາ​ ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ໃໝ່, ນຳ​ກ່ຳ​ປັ່ນ​ສູ້​ຮົບ​ມຸ່ງໜ້າ​ສູ່ ອີ​ຣານ

ວັນທີ 23 ມັງກອນ, ອຳນາດການປົກຄອງ ອາເມລິກາ ໄດ້ປະກາດໃຊ້ຄຳສັ່ງລົງໂທດໃໝ່ກ່ຽວຂ້ອງເຖິງ ອີຣານ, ໂດຍແນໃສ່ກ່ຳປັ່ນຂົນສົ່ງນ້ຳມັນ 9 ລຳ ແລະ 8 ອົງການຈັດຕັ້ງ.

Top