• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ບັນ​ລຸ​ໄດ້​ບັນ​ດາ​ບາດ​ກ້າວ​ໃນ​ການມອບ​ສິດ ແລະ ຍົກ​ສູງ​​ກຳ​ລັງຄວາມ​ສາ​ມາດ​ໃຫ້​ແກ່​ແມ່​ຍິງ

ໃນບົດຂຽນ “ແມ່ຍິງ ແລະ ເດັກຍິງ ມີສິດຍົກອອກການຕັດສິນໃຈຂອງຕົນ”, ທ່ານ Matt Jackson ຫົວໜ້າຜູ້ຕາງໜ້າ UNFPA ໄດ້ຢັ້ງຢືນວ່າ ຫວຽດນາມ ບັນລຸໄດ້ຜົນສຳເລັດຫຼາຍຢ່າງໃນການລົງທຶນເພື່ອແນໃສ່ຍົກສູງສຸຂະພາບ ແລະ ການມອບສິດໃຫ້ແກ່ແມ່ຍິງ, ເດັກຍິງ.
ຫວຽດນາມ ບັນລຸໄດ້ບັນດາບາດກ້າວໃນການມອບສິດ ແລະ ຍົກສູງກຳລັງຄວາມສາມາດໃຫ້ແກ່ແມ່ຍິງ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 114 ປີແຫ່ງວັນແມ່ຍິງສາກົນ (08/03/1910 - 08/03/2024), ຫົວໜ້າຜູ້ຕາງໜ້າກອງທຶນ ສຳລັບປະຊາກອນ ສປຊ (UNFPA), ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ, ຫົວໜ້າອົງການ ສປຊ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ (UN Women) ປະຈຳ ຫວຽດນາມ ໄດ້ລົງບົດຂຽນ ຢັ້ງຢືນບັນດາຜົນສຳເລັດ ໂດຍຫວຽດນາມ ບັນລຸໄດ້ໃນວຽກງານເບິ່ງແຍງດູແລສຸຂະພາບ ແລະ ມອບສິດໃຫ້ແກ່ແມ່ຍິງ.

ໃນບົດຂຽນ “ແມ່ຍິງ ແລະ ເດັກຍິງ ມີສິດຍົກອອກການຕັດສິນໃຈຂອງຕົນ”, ທ່ານ Matt Jackson ຫົວໜ້າຜູ້ຕາງໜ້າ UNFPA ໄດ້ຢັ້ງຢືນວ່າ ຫວຽດນາມ ບັນລຸໄດ້ຜົນສຳເລັດຫຼາຍຢ່າງໃນການລົງທຶນເພື່ອແນໃສ່ຍົກສູງສຸຂະພາບ ແລະ ການມອບສິດໃຫ້ແກ່ແມ່ຍິງ, ເດັກຍິງ. ທ່ານ Matt Jackson ຢັ້ງຢືນວ່າ UNFPA ປະຈຳ ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາຈະຮັບປະກັນບັນດາໂຄງການ ແລະ ລາຍການຂອງອົງການນີ້ເພື່ອແນໃສ່ຕອບສະໜອງຄວາມຕ້ອງການຂອງປະຊາຊົນໝົດທຸກຄົນ, ຖືມະນຸດເປັນຈຸດສຸມ ແລະ ຍາມໃດກໍ່ສ່ອງແສງໄດ້ເຖິງຄວາມມຸ່ງມາດປາດຖະໜາຂອງເຂົາເຈົ້າ.

ໃນໂອກາດນີ້ ທ່ານນາງ Pauline Tamesis ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ ແລະ ທ່ານນາງ Caroline Nyamayemombe ຫົວໜ້າອົງການ ສປຊ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ (UN Women) ໄດ້ມີບົດຂຽນລວມ “ຍູ້ແຮງຄວາມຄືບໜ້າໃນການລົງທຶນໃຫ້ແກ່ແມ່ຍິງ” ໃນນັ້ນໄດ້ຢັ້ງຢືນວ່າ ຫວຽດນາມ ບັນລຸໄດ້ບັນດາບາດກ້າວໃນການມອບສິດ ແລະ ຍົກສູງກຳລັງຄວາມສາມາດໃຫ້ແກ່ແມ່ຍິງ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top