• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຍ​າມ​ໃດ​ກໍ່​ຖື​ອາ​ຊຽນ​ແມ່ນ​ບຸ​ລິ​ມະສິດ​ຍຸດ​ທະ​ສາດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ

ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ເນັ້ນໜັກວ່າ ຫວຽດນາມ ຖືບັນດາປະເທດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ແມ່ນບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ, ອາຊຽນແມ່ນຄອບຄົວຂອງ ຫວຽດນາມ.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໃຫ້ການຕ້ອນຮັບທ່ານ Dato’ Tan Yang Thai ເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ຫວຽດນາມ (ພາບ: VOV)

ວັນທີ 19 ກຸມພາ, ຢູ່ຮ່າໂນ້ຍ,  ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ບັນດາປະເທດສະມາຊິກ ອາຊຽນ ແລະ ຕີມໍແລັດສະເຕີ ປະຈຳຮ່າໂນ້ຍ. ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ເນັ້ນໜັກວ່າ ຫວຽດນາມ ຖືບັນດາປະເທດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ແມ່ນບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ, ອາຊຽນແມ່ນຄອບຄົວຂອງ ຫວຽດນາມ.

ທ່ານປະທານປະເທດ ເລືອງເກື່ອງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືອາຊຽນແມ່ນບຸລິມະສິດຍຸດທະສາດໃນນະໂຍບາຍການຕ່າງປະເທດ, ປີ 2025 ສ້າງຂີດໝາຍຄົບຮອບ 3 ທົດສະວັດ ທີ່ຫວຽດນາມເຂົ້າເປັນສະມາຊິກອາຊຽນຢ່າງເປັນທາງການ ແລະ ຍາມໃດກໍ່ມານະພະຍາຍາມຈົດສຸດຄວາມສາມາດຂອງຕົນພ້ອມກັບບັນດາປະເທດ ອາຊຽນສ້າງປະຊາຄົມອາຊຽນມີຄວາມສາມັກຄີ, ເຂັ້ມແຂງ, ມີຖານະບົດບາດທີ່ນັບມື້ນັບສູງໃນໂລກ. ທ່ານປະທານປະເທດ ເລືອງເກື່ອງ ປາດຖະໜາບັນດາເອກອັກຄະລັດຖະທູດ, ອຸປະທູດຍາມໃດກໍ່ຈະແມ່ນຂົວເຊື່ອມຕໍ່ສຳຄັນ, ປະກອບສ່ວນຫຼາຍກ່ວາອີກເຂົ້າໃນການຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ ແລະ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້, ຮ່ວມແຮງຮ່ວມໃຈສ້າງປະຊາຄົມອາຊຽນທີ່ມີຄວາມສາມັກຄີ, ໝັ້ນຄົງເຂັ້ມແຂງ, ແມ່ນແກ່ນສານໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ພາກພື້ນ ອາຊີ - ປາຊີຟິກ - ມະຫາສະໝຸດອິນເດຍ.

ຕາງໜ້າເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດສະມາຊິກອາຊຽນຢູ່ຮ່າໂນ້ຍ, ເນື່ອງໃນໂອກາດປີໃໝ່, ທ່ານ Dato’ Tan Yang Thai ເອກອັກຄະລັດຖະທູດ ມາເລເຊຍ, ເຊິ່ງເປັນປະທານພວມດຳລົງຕຳແໜ່ງປະທານອາຊຽນ 2025 ໄດ້ສົ່ງຄຳອວຍພອນ ແລະ ຄຳຢຶ້ຢາມຖາວຂ່າວຂອງການນຳຂັ້ນສູງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ໄປຍັງທ່ານປະທານປະເທດ ເລືອງເກື່ອງ, ອວຍພອນ ຫວຽດນາມ ສືບຕໍ່ແມ່ນແບບຢ່າງທີ່ດີກ່ຽວກັບການພັດທະນາທີ່ປະສົບຜົນສຳເລັດຢູ່ພາກພື້ນ. ທ່ານເຫັນດີເປັນເອກະພາບກັບບັນດາຂໍ້ສະເໜີຂອງທ່ານປະທານປະເທດ ເລືອງເກື່ອງ, ບັນດາເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດສະມາຊິກອາຊຽນ ຈະມານະພະຍາຍາມປະຕິບັດຄຳໝັ້ນສັນຍາ, ປະກອບສ່ວນໃຫ້ແກ່ການພົວພັນມິດຕະພາບ ແລະ ການຮ່ວມມືກັບ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ນຳການພົວພັນຄູ່ຮ່ວມມືຮອບດ້ານ ການາດາ - ຫວຽດນາມ ພັດທະນາຢ່າງແຮງ

ນຳການພົວພັນຄູ່ຮ່ວມມືຮອບດ້ານ ການາດາ - ຫວຽດນາມ ພັດທະນາຢ່າງແຮງ

ໃນໄລຍະຈະມາເຖິງ 2 ຝ່າຍຕ້ອງສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຮັກສາບັນດາກົນໄກໂອ້ລົມສົນທະນາ 2 ຝ່າຍທີ່ພວມມີຢູ່ແລ້ວຢ່າງເປັນປະຈຳ.

Top