• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຍາມ​ໃດ​ກໍ່​ກຽມ​ພ້ອມ​​ປະ​ກອບ​ສ່ວນຫຼາຍ​ກ່​ວາ​​ ແລະ ເປັນ​ເຈົ້າ​ການ​ກ່​ວາ​ໃຫ້​ແກ່ ອາ​ຊຽນ

ຕາມທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມແລ້ວ, ການເຂົ້າຮ່ວມ ແລະ ປະກອບຄຳເຫັນຂອງ ຫວຽດນາມ ໃນອາຊຽນໃນໄລຍະຜ່ານມາອາດສະຫຼຸບໄດ້ຜ່ານຄຳທີ່ວ່າ: ເປັນເຈົ້າການໃນການປະຕິບັດ, ເຂົ້າຮ່ວມຢ່າງແທ້ຈິງ ແລະ ປະກອບສ່ວນຢ່າງຈິງໃຈ.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕິມ

ຫວຽດນາມຍາມໃດກໍ່ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ, ເຂົ້າຮ່ວມບົນຈິດໃຈກຽມພ້ອມປະກອບສ່ວນຫຼາຍກ່ວາອີກ ແລະ ເປັນເຈົ້າການໃຫ້ແກ່ວຽກງານລວມຂອງ ອາຊຽນ. ນີ້ແມ່ນການຢັ້ງຢືນຂອງ ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕິມ ກ່ອນດຳເນີນກອງປະຊຸມສຸດຍອດ ອາຊຽນ ທີ່ດຳເນີນຢູ່ນະຄອນຫຼວງ ວຽງຈັນ, ລາວ ໃນລະຫວ່າງວັນທີ 8 – 11 ຕຸລາ.

ຕາມທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມແລ້ວ, ການເຂົ້າຮ່ວມ ແລະ ປະກອບຄຳເຫັນຂອງ ຫວຽດນາມ ໃນອາຊຽນໃນໄລຍະຜ່ານມາອາດສະຫຼຸບໄດ້ຜ່ານຄຳທີ່ວ່າ: ເປັນເຈົ້າການໃນການປະຕິບັດ, ເຂົ້າຮ່ວມຢ່າງແທ້ຈິງ ແລະ ປະກອບສ່ວນຢ່າງຈິງໃຈ. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44, 45 ຄັ້ງນີ້ດ້ວຍຫົວຂໍ້ “ອາຊຽນ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງຂອງອາຊຽນ”, ການນຳບັນດາປະເທດຈະສຸມໃສ່ແລກປ່ຽນກ່ຽວກັບບັນດາບັນຫາຍຸດທະສາດ, ກ່ຽວຂ້ອງເຖິງ ອາຊຽນ ແລະ ພາກພື້ນ. ນີ້ແມ່ນບັນດາບັນຫາທີ່ມີຄວາມໝາຍສຳຄັນພິເສດໃນສະພາບການສາກົນ ແລະ ພາກພື້ນທີ່ພວມມີການຜັນແປສັບສົນທີ່ສຸດ. ທ່ານເອກອັກຄະລັດຖະທູດ ແບ່ງປັນວ່າ:

ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ນຳໜ້າ ຈະເຂົ້າຮ່ວມບັນດາກອງປະຊຸມຄັ້ງນີ້, ຖ່າຍທອດສານທີ່ສຳຄັນກ່ຽວກັບອາຊຽນ ແລະ ອະນາຄົດຂອງອາຊຽນ, ໃນນັ້ນມີການຮ່ວມມື ອາຊຽນ ແລະ ລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື; ກຳນົດທິດອະນາຄົດໃຫ້ແກ່ ອາຊຽນໃນຊຸມປີຈະມາເຖິງ ແລະ ກຳນົດທິດບົດບາດຂອງ ອາຊຽນ, ປະກອບສ່ວນສ້າງປະຊາຄົມອາຊຽນເຊື່ອມຈອດກ່ວາອີກ ແລະ ສ້າງຄວາມເຂັ້ມແຂງໃຫ້ຫຼາຍກ່ວາອີກ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top