ຂ່າວສານ
ຫວຽດນາມ - ຊູແອັດເປັນຂົວເຊື່ອມຕໍ່ໃຫ້ກັນເພື່ອພັດທະນາການພົວພັນກັບ ອາຊຽນ ແລະ EU
ໃນຂອບເຂດການຢ້ຽມຢາມ ລາຊະອານາຈັກ ຊູແອັດ, ຕອນບ່າຍວັນທີ 12 ມິຖຸນາ, ທີ່ຫໍສະພາແຫ່ງຊາດ ຊູແອັດ ຢູ່ນະຄອນຫຼວງ Stockholm, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບທ່ານປະທານສະພາແຫ່ງຊາດ Andreas Norlen ແລະ ການນຳບັນດາພັກການເມືອງຂອງຊູແອັດ.
ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ການຢ້ຽມຢາມຄັ້ງນີ້ຈະສ້າງກຳລັງໜູນຊຸກຍູ້ການຮ່ວມມືສອງປະເທດ, ນຳການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່. ສອງຝ່າຍຈະເປັນຂົວເຊື່ອມຕໍ່ເຊິ່ງກັນແລະກັນໃນການພັດທະນາການພົວພັນ ກັບ ອາຊຽນ ແລະ EU. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສະພາແຫ່ງຊາດ ຊູແອັດຊ່ວຍຂົນຂວາຍບັນດາປະເທດສະມາຊິກ EU ທີ່ຍັງເຫຼືອໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - EU (EVIPA) ໂດຍໄວ ແລະ EC ແກ້ໄຂບັດເຫຼືອງ IUU ສຳລັບສິນໃນນ້ຳສົ່ງອອກຂອງ ຫວຽດນາມ ໂດຍໄວ.
ສ່ວນທ່ານປະທານສະພາແຫ່ງຊາດ Andreas Norlen ຕີລາຄາການພົວພັນສອງປະເທດໄດ້ພັດທະນາອັນດີງາມ, ໃນນັ້ນ ມີໂອ້ລົມສົນທະນາ, ການຮ່ວມມືລະຫວ່າງສອງສະພາແຫ່ງຊາດ. ຊູແອັດ ແມ່ນປະເທດຝ່າຍຕາເວັນຕົກທຳອິດທີ່ຮັບຮູ້ ແລະ ສ້າງການພົວພັນທາງການທູດ ກັບ ຫວຽດນາມ ແລະ ປັດຈຸບັນພ້ອມແລ້ວທີ່ຈະຮ່ວມມືຊ່ວຍ ຫວຽດນາມ ປະຕິບັດເປົ້າໝາຍ 100 ປີກາຍເປັນປະເທດພັດທະນາທີ່ມີລາຍຮັບສູງໃນປີ 2045.